ທ່ອງທ່ຽວແຂວງວຽງຈັນ Vientiane Province Tourism

  • Home
  • ທ່ອງທ່ຽວແຂວງວຽງຈັນ Vientiane Province Tourism

ທ່ອງທ່ຽວແຂວງວຽງຈັນ Vientiane Province Tourism Travel information of Vientiane province

06/06/2026

#ເຮືອນແພເມືອງເຟືອງລີເວີໄຊ້2

06/06/2026

ເຮືອນແພເມືອງເຟືອງລີເວີໄຊ້2

ຂໍເຊີນຊວນມວນຊົນທັ້ງໄກ້ ແລະ ໄກເຂົ້າຮ່ວມງານບຸນບັ້ງໄຟລ້ານປະຈຳປີ ຂອງຊາວເມືອງເຟືອງແຂວງວຽງຈັນ ເຊິ່ງຈັດໃສ່ມື້ວັນທີ27-28/6/2026 ...
02/06/2026

ຂໍເຊີນຊວນມວນຊົນທັ້ງໄກ້ ແລະ ໄກເຂົ້າຮ່ວມງານບຸນບັ້ງໄຟລ້ານປະຈຳປີ ຂອງຊາວເມືອງເຟືອງແຂວງວຽງຈັນ ເຊິ່ງຈັດໃສ່ມື້ວັນທີ27-28/6/2026 ພາຍໃນງານຈະໄດ້ພົບກັບຂະບວນເຊີ່ງບັ້ງໄຟຂອງແຕ່ລະບ້ານຢ່າງຍິ່ງໃຫ່ຍ ແລະ ພົບກັບບັ້ງໄຟລ້ານ, ບັ້ງໄຟແສນບັ້ງໄຟຫມື່ນ ຈາກທົ່ວສາລະທິດທີ່ຈະນຳມາຈູດບູຊາ ພະຍາແຖນ ເພຶ່ອຂໍຟ້າຂໍຝົນໃຫ້ຕົກຕາມລະດູການ ທຳການຜະລິດຂອງປະຊາຊົນບັນດາເຜົ່າ ຊາວເມືອງເຟືອງ ຊາວແຂວງວຽງຈັນທຸກກໍ່ຄືຊາວລາວທົ່ວຫນ້າ ຢ່າລືມຢ່າພາດຫາໂອກາດໄປຮ່ວມມ່ວນຊື່ນນຳກັນເດີ່ທຸກທ່ານ.
ສະຖານທີ່ຈູດບັ້ງໄຟ. https://maps.app.goo.gl/8nYZVAxLbvFQrsVJA?g_st=ac

30/05/2026

ສະໜາມ XRACE Valley Vangvieng
ເປັນໜຶ່ງໃນສະໜາມທີ່ຂ້ອຍມັກຫຼາຍທີ່ສຸດ
ຍ້ອນວ່າຄວາມຫຼາກຫຼາຍຂອງພູມປະເທດ
ທັງທົ່ງນາ,ພູຜາ,ປ່າໄມ້,ຖ້ຳ ແລະ ຫ້ວຍ
ມັນເຮັດໃຫ້ຂ້ອຍສາມາດອອກແບບສະໜາມໄດ້ຢ່າງເປັນ ເອກກະລາດແລະໃຊ້ຄວາມຄິດໄດ້ຢ່າງເຕັມທີ່
ແລະປີນີ້ກໍເຊັ່ນກັນ..
ຂ້ອຍຍັງຄົງຢ່າງສຳຫຼວດ,ທົດລອງເສັ້ນທາງ
ແລະປັບແກ້ລາຍລະອຽດຕ່າງໆດ້ວຍຕົນເອງ
ຄືກັບທຸກປີທີ່ຜ່ານມາເພື່ອໃຫ້ XRACE Valley Vangvieng 2026ອອກມາໃກ້ຄຽງກັບຄຳວ່າ“Adventure Race” ຫຼາຍທີ່ສຸດ.ປີນີ້ສະໜາມຈະຍັງເປັນ...
• ເສັ້ນທາງທຳມະຊາດ
• ຄວາມບໍ່ສາມາດຄາດເດົາໄດ້
• ດິນ ໂຄນ ແລະ ສາຍນ້ຳ
• ລວມເຖິງຖ້ຳຕ່າງໆ
• ແລະ ບັນຍາກາດແຫ່ງການຜະຈົນໄພຢ່າງແທ້ຈິງ
ທຸກອົງປະກອບຖືກສ້າງຂຶ້ນດ້ວຍຄວາມຕັ້ງໃຈຂອງຂ້ອຍ
ເພື່ອໃຫ້ທຸກຄົນໄດ້ສຳຜັດປະສົບການທີ່ແຕກຕ່າງຈາກການແຂ່ງຂັນທົ່ວໄປ"ວັງວຽງ" ຈະຍັງເປັນສະຖານທີ່ພິເສດສຳລັບ XRACE ສະເໝີ
ເພາະພວກເຮົາເຊື່ອວ່າທຸກບາດຍ່າງໃນປີ 2026
ຈະເຕັມໄປດ້ວຍຄວາມຈື່ຈຳທີ່ທ່ານຈະບໍ່ມີລືມ
ແລ້ວພົບກັນໃນເສັ້ນທາງແຫ່ງການຜະຈົນໄພໃນ XRACE Valley Vangvieng 2026.
— Coach ເອ໋ ສົມຊາຍ ກູນແກ້ວ
XRACE Founder & Director

--------------------

ມື້ແຂ່ງ : 26/7/2026
ສະຖານທີ່ : Sky club ວັງວຽງ ສປປ.ລາວ
ລົງມະບຽນໃດ້ທີ່ : xraceasia.com

ຍິນດີຕ້ອນຮັບສູ່ແຂວງວຽງຈັນ ສຳຜັດກິດຈະກຳການທ່ອງທ່ຽວທີ່ຫລາກຫລາຍ ທາງດ້ານທຳມະຊາດ ແລະ ວັດທະນະທຳຂອງຊາວແຂວງວຽງຈັນ.Cr: Koica Volu...
26/05/2026

ຍິນດີຕ້ອນຮັບສູ່ແຂວງວຽງຈັນ ສຳຜັດກິດຈະກຳການທ່ອງທ່ຽວທີ່ຫລາກຫລາຍ ທາງດ້ານທຳມະຊາດ ແລະ ວັດທະນະທຳ
ຂອງຊາວແຂວງວຽງຈັນ.
Cr: Koica Volunteer

ລ່າສຸດຄະນະກຳມະການຈາກພາກສ່ວນທີ່ກ່ຽວຂ້ອງພະແນກການຂອງແຂວງ ເມືອງວັງວຽງໄດ້ພ້ອມກັນລົງຊຸກຍູ້ໃຫ້ເອົາສິ່ງກີດຂວາງແລະໂຄມໄຟອອກຈາກຂັ້ນ...
22/04/2026

ລ່າສຸດຄະນະກຳມະການຈາກພາກສ່ວນທີ່ກ່ຽວຂ້ອງພະແນກການຂອງແຂວງ ເມືອງວັງວຽງໄດ້ພ້ອມກັນລົງຊຸກຍູ້ໃຫ້ເອົາສິ່ງກີດຂວາງແລະໂຄມໄຟອອກຈາກຂັ້ນໄດຖໍ້າຈັງວັງວຽງແລ້ວ ສະນັ້ນການທີ່ເອົາຮູບພາບລົງສື່ສັງຄົມອອນລາຍໃນໄລຍະຜ່ານມາແມ່ນເຈົ້າຂອງກິດຈະການ ໄດ້ຈັດຕັ້ງປະຕິບັດໂດຍບໍ່ໄດ້ຜ່ານພາກສ່ວນທີ່ກ່ຽວຂ້ອງຈິ່ງເຮັດໃຫ້ມີພາບການຕິດຕັ້ງຕໍ່ເຕີມທີ່ບໍ່ສອດຂ້ອງກັບວັດທະນະທຳລາວດັ່ງທີ່ເຫັນ ແນວໃດກໍ່ຕາມຂໍຮຽກຮ້ອງມາຍັງຜູ້ເສບສື່ສັງຄົມອອນລາຍໃຫ້ເຂົ້າໃຈມານະທີ່ນີ້ດ້ວຍ.

02/03/2026

Address

North13 Road

Alerts

Be the first to know and let us send you an email when ທ່ອງທ່ຽວແຂວງວຽງຈັນ Vientiane Province Tourism posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ທ່ອງທ່ຽວແຂວງວຽງຈັນ Vientiane Province Tourism:

  • Want your business to be the top-listed Travel Agency?

Share