ລຸ້ງຟ້າ ພາທ່ຽວ Loungfar Pha Thiew

ລຸ້ງຟ້າ ພາທ່ຽວ Loungfar Pha Thiew Sharing my journey 💕✈️

04/01/2026

ສະຖານທີ່ສັກສິດບ່ອນທີ່ພະພຸດທະເຈົ້າຕັດສະຮູ້ກ້ອງຕົ້ນໂພ “ ວັດມະຫາໂພວີຫານ “ ແລະ ໄດ້ຖືກຮອງຮັບເປັນມໍລະດົກໂລກ 🙏
📍Mahabodhi Temple , Bodhgaya India 🇮🇳

✈️🛺 ທ່ຽວອິນເດຍ Ep 5

27/12/2025

Jodhpur Blue City 🩵
Mehrangarh Fort 🏰

🚐 ທ່ຽວອິນເດຍ Ep 4

23/12/2025

Jaipur Pink City 💗

🚐ທ່ຽວອິນເດຍ Ep 3

22/12/2025

Taj Mahal 🤍🕌🇮🇳
1 ໃນ 7 ສິ່ງມະຫັດສະຈັນຂອງໂລກ 🤩

🚐 ທ່ຽວອິນເດຍ Ep2

21/12/2025

नमस्ते Namaste India 🇮🇳
📍India Gate & Red Fort 🏰

✈️🚐 ທ່ຽວອິນເດຍ Ep 1

19/06/2022

Ep 11/ Australia 2022
ສະບາຍດີທຸກຄົນ ລຸ້ງຟ້າຈະພາທຸກຄົນມາຊົມເທສະການສະແດງໄຟແສງສີ “ Vivid Sydney “ ປະຈຳປີ 2022 ເຊິ່ງປີນີ້ເພິ່ນຈັດຂຶ້ນວັນທີ 27/5-18/6 ເວລາ 18:00-23:00 . ຄັ້ງທຳອິດທີ່ເລີ່ມມີເທສະການນີ້ແມ່ນປິ 2009 ແລະ ທຸກໆປີເພິ່ນກໍ່ມັກຈະຈັດງານໃນລະຫວ່າງຊ້ວງ ທ້າຍເດືອນພຶດສະພາ ຫາ ກາງເດືອນມິຖຸນາ, ເປັນງານທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເລີຍກໍ່ວ່າໄດ້. ພາຍໃນງານກໍ່ຈະສະແດງສ່ອງແສງສີໄປໃສ່ອາຕາມອາຄານທີ່ໂດດເດັ່ນໃນກາງເມືອງ, ມີການສະແດງຄອນເສີດ, ມີບ່ອນຂາຍອາຫານ ແລະ ເຄື່ອງດື່ມ ເຮັດໃຫ້ຜູ້ຄົນທີ່ໄປຊົມງານມີຄວາມເພີດເພີນໄປກັບສີສັນທີ່ສວຍງາມຕື່ນຕາຕື່ນໃຈ ໂດຍສະເພາະແສງໄຟທີ່ເພິ່ນສ່ອງໃສ່ " Opera House " ທີ່ເປັນສັນຍາລັກຂອງຊາດ 🇦🇺 ສ້າງຂຶ້ນແຕ່ປີ 1959 ເຊິ່ງເປີດໃຊ້ໃນປີ 1973 ແລະ ປິ 2007 ຖືກຮອງຮັບເປັນມໍລະດົກໂລກໂດຍອົງການ UNESCO . ໃນອາຄານ Opera House ຈະມີໂຮງສະແດງໂອເປຣ່າ, ໂຮງສະແດງຄອນເສີດທີ່ບັນຈຸຄົນໄດ້ 2,500 ກວ່າຄົນ ລວມໄປເຖິງມີໂຮງໜັງ, ຫ້ອງວາງສະແດງສີລະປະ ແລະ ຮ້ານອາຫານ ອີກດ້ວຍ. ເປັນສັນຍາລັກຂອງຊາດທີ່ຕັ້ງໂດດເດັ່ນໃນອ່າວທະເລຊິດນີ້ ແລະ ຟາກກົງກັນຂ້າມກໍ່ມີຂົວ “ Harbour Bridge “ ເປັນຂົວສ້າງດ້ວຍໂຄງເຫຼັກທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງສ້າງຂຶ້ນປີ 1923 ແລະ ເປີດໃຊ້ງານໃນປີ 1932 ຮອດປັດຈຸບັນກໍ່ໄດ້ 99ປີ ເຊິ່ງເປັນສັນຍາລັກຂອງເມືອງອີກອັນໜຶ່ງເຊິ່ງເປັນທີ່ຈົດຈຳຂອງນັກທ່ອງທ່ຽວ ທີ່ມາ Sydney ລັດ New South Wales ກໍ່ພາດບໍ່ໄດ້ກັບການຖ່າຍຮູບກັບຂົວ " ຮາເບີ " ແລະ ແນ່ນອນໃນເທສະການສະແດງແສງສີປະຈຳປີ ເພິ່ນກໍ່ໄດ້ປະດັບປະດາໄຟແສງສີໃສ່ຂົວຢ່າງໂດດເດັ່ນ ສວຍງາມ ແລະ ເຮົາກໍ່ໄປຕໍ່ດ້ວຍການຊົມສະແດງນໍ້າພຸຢ່າງຍິ່ງໃຫຍ່ອະລັງການທີ່ " Darling Harbour “ 🤩

ສຳລັບໃຜທີ່ວາງແຜນຈະມາທ່ຽວປະເທດອົດສະຕຣາລີ ຖ້າມາຊ້ວງກາງປີກໍ່ຈະຮູ້ສຶກຄຸ້ມເພາະໄດ້ຊົມເທສະການ Vivid Sydney ( ຊົມຟຼີ ເດີ້ທຸກຄົນ ), ໄວ້ລຸ້ງຟ້າຈະພາໄປທ່ຽວຕໍ່ເດີ້ ຂອບໃຈຫຼາຍໆທີ່ຕິດຕາມ 🙏🥰

07/06/2022

Ep 10/ Australia 2022
ສະບາຍດີທຸກຄົນ🙏😊 ວີດີໂອນີ້ລຸ້ງຟ້າມີຄວາມພາກພູມໃຈທີ່ຈະນຳສະເໜີສະຖານທີ່ແຫ່ງນີ້ກໍ່ຄື:
📍ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫຼື ສະຖານທູດລາວ 🇱🇦 ປະຈຳປະເທດ ອົດສະຕຣາລີ 🇦🇺 ຕັ້ງຢູ່ ນະຄອນຫຼວງ ແຄນເບີຣາ Canberra.
✅ ເປີດ ວັນຈັນ ເຖິງ ວັນສຸກ
⏰ເວລາ 9:00-12:00 & 13:00-16:00

📍ແລະຕໍ່ດ້ວຍ Parliament House ຫຼື ລັດຖະສະພາ ຂອງປະເທດ Australia 🇦🇺

🚙 ເດີນທາງດ້ວຍລົດສ່ວນຕົວອອກຈາກ ຊິດນີ້ Sydney- ແຄນເບີຣາ Canberra ໃຊ້ເວລາປະມານ 3-4 ຊົ່ວໂມງ.

ໃຜມີໂອກາດໄດ້ມາ ແຄນເບີຣາ ກໍ່ຢ່າລືມແວ່ມາທ່ຽວຊົມເດີ້ທຸກຄົນ, ໄວ້ລຸ້ງຟ້າຈະພາໄປທ່ຽວສະຖານທີ່ຕໍ່ໄປກໍ່ຝາກຕິດຕາມແນ່ເດີ້ ຂອບໃຈຫຼາຍໆ 🙏😊

25/05/2022

Ep 9/ Australia 2022
ສະບາຍດີທຸກຄົນ ວີດີໂອນີ້ລຸ້ງຟ້າຈະພາທຸກຄົນໄປຂີ່ລົດຊົມວິວແຄມທະເລ ເຊິ່ງອອກຈາກຕົວເມືອງ Melbourne ປະມານ 1 ຊົ່ວໂມງເຄິ່ງ ແລະ ເຮົາກໍ່ມາຮອດສະຖານທີ່ທຳອິດເລີ້ມທີ່:
📍Mornington ຜູ້ຄົນມັກມາຕຶກເບັດ ທັງຍິງ ແລະ ຊາຍ ແຕ່ຜູ້ຊາຍຂ້ອນຂ້າງຫຼາຍກວ່າ, ບາງຄອບຄົວກໍ່ຫ້າງອາຫານມາປີ້ງກິນແຄມທະເລ ຍ່າງກາຍກະຫອມໆ ເປັນຕາແຊບ ແລະ ເຮົາກໍ່ຂັບລົດລຽບແຄມຝັ່ງທະເລອອກໄປເລື້ອຍໆ ແລ້ວຕໍ່ດ້ວຍການໄປພາຍເຮືອ Paddle 🛶 ແລະ ລອຍນໍ້າ 🏊🏻‍♀️ ເມື່ອຍແລ້ວກໍ່ໄປເຕີມພະລັງດ້ວຍການກິນອາຫານກ່ອນກັບບ້ານ.
📍ຂາກັບເລືອກວິທີ່ຂ້າມຝາກດ້ວຍ SeaRaod Ferries ⛴
ຄ່າໂດຍສານ 13AUD/ຄົນ
ຄ່າລົດ 1 ຄັນ + ຄົນຂັບ 72AUD
ໃຊ້ເວລາຂ້າມຝັ່ງປະມານ 40 ນາທີ
ໄວ້ລຸ້ງຟ້າຈະພາທຸກຄົນໄປຊົມບັນຍາກາດສະຖານທີ່ຕໍ່ໆໄປເດີ້ ຂອບໃຈຫຼາຍໆທີ່ຕິດຕາມ 🙏😊

12/05/2022

Ep 8/Australia 2022
ສະບາຍດີທຸກຄົນ ລຸ້ງຟ້າຈະພາທຸກຄົນມາທ່ຽວຊົມ 2 ສະຖານທີ່ກໍ່ຄື:
📍ສະຖານທີ່ 1: ຂະບວນລົດໄຟເສັ້ນປະຫວັດສາດ
🚂 Puffing Billy 🚂ຫຼື ນັກທ່ອງທ່ຽວໃຫ້ສາຍາວ່າ
" ຂະບວນລົດໄຟນັ່ງຢ່ອນຂາ " ສ້າງຂຶ້ນປີ 1900 ເພື່ອເຊື່ອມຕໍ່ລະຫວ່າງຊຸມຊົນເຂົ້າເຖິງຊານເມືອງ ມີຄວາມຍາວປະມານ 29 ກິໂລແມັດ, ແຕ່ຮອດປີ 1953 ເກີດເຫດດິນເຈື່ອນທັບທາງລົດໄຟເລີຍໄດ້ປິດບໍລິການລົງ. ຕໍ່ມາປີ 1962 ມີກຸ່ມອາສາສະໝັກປະມານ 900 ກວ່າຄົນຮ່ວມກັນບູລະນະປັບປຸງເສັ້ນທາງລົດໄຟຄືນໃໝ່ ຈົນໄດ້ກັບມາເປີດບໍລິການອີກຄັ້ງໃນປີ 1998 ເຖິງປັດຈຸບັນ, ຕາມໄປອ່ານຂໍ້ມູນມາເພິ່ນວ່າເປັນລົດໄຟບູຮານທີ່ໃຊ້ຫົວຈັກພົ່ນອາຍນໍ້າເກົ່າແກ່ອັນດັບຕົ້ນໆໃນໂລກກໍ່ວ່າໄດ້, ປັດຈຸບັນເປັນແຫຼ່ງທ່ອງທ່ຽວທີ່ນັກທ່ອງທ່ຽວໃຫ້ຄວາມນິຍົມເວລາມາ Melbourne ກໍ່ຕ້ອງໄດ້ມາບ່ອນນີ້ນຳ.
⏰ ເປີດບໍລິການ 10:30 ເຊົ້າ ຫາ 2:30 ( ໃຊ້ເວລາຂີ່ລົດໄຟໄປ-ກັບ ປະມານ 2 ຊົ່ວໂມງ + ເວລາລົງທ່ຽວຊົມສະຖານີລະຫວ່າງທາງກໍ່ປະມານ 1 ຊົ່ວໂມງ ແລ້ວແຕ່ເຮົາຢາກເລືອກລົງແວ່ຫຼິ້ນບ່ອນໃດ ເພາະມີຫຼາຍຈຸດໃຫ້ລົງແວ່ຖ່າຍຮູບ ແຕ່ຢ່າລືມຂຶ້ນລົດໄຟໃຫ້ທັນຂາກັບເດີ້ທຸກຄົນ 🙂
💵 ລາຄາປີ້ລົດໄຟ ປະມານ 50AUD ຫຼື 60AUD
🚗 ການເດີນທາງມາບ່ອນນີ້ ສາມາດໃຊ້ລົດສ່ວນຕົວ ຫຼື 🚆 ລົດໄຟຈາກກາງເມືອງເລີ້ມທີ່ສະຖານີ Flinders Street ມາລົງທີ່ສາຖານີ Belcrave ໃຊ້ເວລາປະມານ 50 ຫຼື 60 ນາທີ.

📍ສະຖານທີ່ 2: 🏛Shrine of Remembrance🏛 ເປັນອານຸສອນສະຖານ ສ້າງຂຶ້ນປີ 1934 ເພື່ອສັນລະເສີນ ແລະ ລຶກນຶກເຖິງຄຸນງາມຄວາມດີຂອງທະຫານ ເປັນວິລະຊົນທີ່ເສຍລະຫຼະຕົນເອງເພື່ອຮັກສາປົກປ້ອງປະເທດຊາດ, ໃນອາຄານກໍ່ຈະມີວາງສະແດງຮູບພາບ ແລະ ເຄື່ອງຂອງທາງປະຫວັດສາດໃນຍຸກຜ່ານໆມາ.
⏰ ເປີດໃຫ້ເຂົ້າຊົມທຸກມື້, ເວລາ 10 ໂມງເຊົ້າ- 5 ໂມງແລງ ( 4:30 ແລງ ແມ່ນປິດຮັບຄົນເຂົ້າ )
✅ ເຂົ້າຊົມຟຼີ, ຕັ້ງຢູ່ກາງເມືອງເມວເບີນ.

27/04/2022

Ep 7/ Australia 2022
ຈະພາທຸກຄົນມາທຳຄວາມຮູ້ຈັກກັບ Yarraville ເຊິ່ງເປັນເຂດທີ່ຕິດອັນດັບຕົ້ນໆທີ່ມີສະພາບແວດລ້ອມໜ້າຢູ່ໃນ Melbourne 🇦🇺
🏡 Yarraville ເປັນ Suburb ທີ່ຫ່າງຈາກກາງເມືອງພຽງແຕ່ 6 ກິໂລແມັດ, ໃຊ້ເວລາເດີນທາງດ້ວຍລົດໄຟປະມານ 15-20 ນາທີ, ຄ່າໃຊ້ຈ່າຍໄປກັບປະມານ 9AUD.
🚆 ມີສະຖານີລົດໄຟ: Yarraville Station
☕️ ມີຮ້ານຄາເຟຫຼາຍ ແລະ ໃນວີດີໂອນີ້ເຮົາໄປແມ່ນຮ້ານ Corner Shop
🏡 ຄ່າເຊົ່າຫ້ອງສຳລັບ 1 ຄົນ 170AUD/ອາທິດ ( ໃນນີ້ລວມບ່ອນຢູ່+ ຄ່ານໍ້າ + ຄ່າໄຟ/ ແຕ່ຕ້ອງຊື້ອາຫານ ແລະ ເຄື່ອງໃຊ້ສ່ວນຕົວເອງ ).
ປລ: ລາຄາອາດມີການປ່ຽນແປງໃນຊ້ວງເວລາຕ່າງກັນ.
🚕 ຄ່າລົດແທັກຊີ້ Uber, ຈາກ Yarraville-Melbourne Domestic Airport: 50AUD.
✈️ ລາຄາປີ້ຍົນ Mel-Syd 120AUD ( ລວມມີກະເປົາໂຫຼດ 20kg ແລະ ກະເປົາຖືຂຶ້ນຍົນ 7kg.
✈️ ໄປສະໜາມບິນພາຍໃນ ກໍ່ຕ້ອງໄປຮອດກ່ອນເວລາບິນ 2 ຊົ່ວໂມງຈະເປັນການດີ, ເພາະຕ້ອງໄດ້ແຈ້ງລົງທະບຽນເອົາປີ້ຍົນເອງ, ໂຫຼດກະເປົາເອງ, ແຈ້ງປີ້ເອງ.
🚆 ຄ່າລົດໄຟຈາກສະໜາມບິນກັບບ້ານ ຈະກັບໄປໃກ້ ຫຼື ໄກ ລະບົບເຂົ້າ-ອອກຈາກສະໜາມບິນແມ່ນຕ້ອງໄດ້ຈ່າຍ 20AUD/ຄັ້ງ ( ຕົວຢ່າງ: ຄືເຮົາກັບຈາກ Melbourne ຍົນລົງສະໜາມບິນ Sydney ເຮົາໄດ້ຈ່າຍຄ່າລົດໄຟ 20AUD)

🥳ໄວ້ລຸ້ງຟ້າຈະໝັ່ນມາລົງວີດິໂອໃຫ້ເບິ່ງອີກເດີ້ ຂອບໃຈທຸກຄົນທີ່ຕິດຕາມ🙏

Address

Vientiane

Telephone

+8562077889747

Website

Alerts

Be the first to know and let us send you an email when ລຸ້ງຟ້າ ພາທ່ຽວ Loungfar Pha Thiew posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share