Followme Journey

Followme Journey ຈະພາທ່ານຫລົງໄຫລໃນການເດີນທາງ

26/08/2026

❤️❤️❤️

28/11/2025

ອາກາດມື້ນີ້ຕອນເຊົ້າ❄️❄️
ບັນຍາກາດອອກຈາກ
ຮ້ານສະດວກຊື້ໃນຕ່າງປະເທດ

Saigon Vietnam 🇻🇳
07/11/2025

Saigon Vietnam 🇻🇳

ບັນຍາກາດໄດ້
05/09/2025

ບັນຍາກາດໄດ້

ບັນຍາກາດດີທີ່ເມືອງລາວ
03/06/2025

ບັນຍາກາດດີທີ່ເມືອງລາວ

 #ເປັນນໍ້າຕົກທີ່ສວຍງາມ ແລະ  #ໃຫຍ່ທີ່ສຸດໃນປະເທດສະຫະລັດອາເມລິກາ🇺🇲( ຍັງເສຍດາຍທີ່ບໍ່ສາມາດລົງລຸ່ມຂີ່ເຮືອ ເນື່ອງຈາກໄປຄ່ອນຂ້າງແ...
26/05/2024

#ເປັນນໍ້າຕົກທີ່ສວຍງາມ ແລະ #ໃຫຍ່ທີ່ສຸດໃນປະເທດສະຫະລັດອາເມລິກາ🇺🇲
( ຍັງເສຍດາຍທີ່ບໍ່ສາມາດລົງລຸ່ມຂີ່ເຮືອ ເນື່ອງຈາກໄປຄ່ອນຂ້າງແລງແລ້ວ )
ສຸດຂອບແດນປະເທດ ລະຫວ່າງ ປະເທດສະຫະລັດອາເມລິກາ🇺🇲
ແລະ ປະເທດແຄນນາດາ🇨🇦

ໄປແວ່ເພຈອາຫານຫລາຍເກີນໄປ ຈົນລືມເພຈທ່ຽວ 😀😀ສຳລັບການເລົ່າປະສົບການເດີນທາງທີ່ກຳລັງຈະມານີ້ແມ່ນປະເທດ.......??Followme Journey 20...
14/12/2023

ໄປແວ່ເພຈອາຫານຫລາຍເກີນໄປ ຈົນລືມເພຈທ່ຽວ 😀😀
ສຳລັບການເລົ່າປະສົບການເດີນທາງທີ່ກຳລັງຈະມານີ້
ແມ່ນປະເທດ.......??
Followme Journey 2023

📍 ໜ້າເຂື່ອນໄຟຟ້ານໍ້າງື່ມ ແຂວງ ວຽງຈັນ
26/07/2023

📍 ໜ້າເຂື່ອນໄຟຟ້ານໍ້າງື່ມ ແຂວງ ວຽງຈັນ

12 ຊົ່ວໂມງກັບ Transit tour ທີ່ນະຄອນໂຊລ ປະເທດເກົາຫລີໃຕ້ 🇰🇷🇰🇷   ຫລັງຈາກເດີນທາງກັບມາຈາກປະເທດ ອາເມລິກາ ເພື່ອຈະຕໍ່ຍົນກັບປະເທດ...
14/07/2023

12 ຊົ່ວໂມງກັບ Transit tour ທີ່ນະຄອນໂຊລ ປະເທດເກົາຫລີໃຕ້ 🇰🇷🇰🇷
ຫລັງຈາກເດີນທາງກັບມາຈາກປະເທດ ອາເມລິກາ ເພື່ອຈະຕໍ່ຍົນກັບປະເທດລາວ ແອັດເລືອກສາຍການບິນ Korean Air ເຊີ່ງຈະແວ່ຕໍ່ຍົນທີ່ ສະຫນາມບິນອິນຊອນ Incheon Airport ເຊີ່ງຈະມີເວລາຢູ່ສະຫນາມບິນເກີນ 12 ຊົ່ວໂມງ.
ນະຕອນນັ້ນຊ່ວງເດືອນເມສາ ປີ 2018 ທາງສະຫນາມບິນອິນຊອນ ເພີ່ນໄດ້ເປີດໂຄງການ Transit tour ສຳລັບນັກເດີນທາງທີ່ຕໍ່ຍົນ ແລະ ມີເວລາຢ່າງຕໍ່າ 5 ຊົ່ວໂມງແມ່ນສາມາດໃຊ້ບໍລິການໄດ້.
ໂດຍຈະມີໃຫ້ເລືອກຫລາຍລາຍການເພື່ອໃຫ້ທັນກັບເວລາເດີນທາງຕໍ່ ເພື່ອອີ່ງໃສ່ການທ່ອງທ່ຽວພາຍໃນປະເທດເກົາຫລີໂດຍບໍ່ຕ້ອງມີວິຊ່າ!!! ແຕ່ຈະເກັບຄ່າບໍລິການທີ່ລວມອາຫານ 1 ຄາບ ແມ່ນ 10USD #ເຊີ່ງແອັດໄດ້ເລືອກສອງລາຍການຕ້ອງໄດ້ໃຊ້ເວລາເກືອບມື້
#ການເດີນທາງ
- ນັ່ງລົດບັສຈາກສະຫນາມບິນ ອິນຊອນ Incheon Airport ເຂົ້າໄປໃນເມືອງແລ້ວກັບມາສົ່ງຄືນສະຫນາມບິນ
- ການເດີນທາງແບບສາທາພາຍໃນເມືອງ ລົດໄຟ, ລົດບັສ,ແທັກຊີ່ ຖືວ່າລະບົບຂົນສົ່ງສາທາຢູ່ໃນລະດັບດີຫລາຍ ແລະ ບາງຄົນກໍ່ນິຍົມໃຊ້ລົດສວນຕົວ
- ຄ່າຄອງຊີບພາຍໃນຕົວເມືອງຖືວ່າແພງພໍສົມຄວນຖ້າທຽບໃສ່ບ້ານເຮົາ,
ອາຫານທີ່ພັກ ໂຮງແຮມ ແມ່ນຄ່ອນຂ້າງສູງເພາອິ່ງໃສ່ລາຍໄດ້ຂອງປະຊາຊົນຍ
- ເງິນທີ່ໃຊ້ຈ່າຍແມ່ນ ສະກຸນ ວອນ South Korean Won
1 KRW = 15.05LAK ເລດປີ 2023 ຕອນສະໄຫມນັນຖືກກວ່ານີ້ຫລາຍ
( ຂໍ້ມູນເລີ່ມບໍ່ຄ່ອຍຫລົງເຫລືອ ຄົງໄວ້ພຽງບາງສ່ວນ )

#ຮູບຖ່າຍໄວ້ໃນປິ2018
ຮູບພາບຖ່າຍທັງຫມົດແມ່ນ NIkon D7200 18-55mm

ກົດ LIKE ກົດ Share ຫຼື ກົດຕິດຕາມ
ເພື່ອສະດວກໃນຮັບຂໍ້ມູນຂ່າວສານ
page Followme Journey

ຍ້ອນເວລາກັບໄປປີ 2016 ເຊີ່ງເປັນປີທີ່ອອກເດີນທາງແບບ 3 ປະເທດຕິດຕໍ່ກັນເຊັ່ນ Singapore - Malaysia - Indonesia ແລະ 1 ໃນເມືອງຂອງ...
07/07/2023

ຍ້ອນເວລາກັບໄປປີ 2016 ເຊີ່ງເປັນປີທີ່ອອກເດີນທາງແບບ 3 ປະເທດຕິດຕໍ່ກັນເຊັ່ນ Singapore - Malaysia - Indonesia ແລະ 1 ໃນເມືອງຂອງປະເທດມາເລເຊຍທີ່ໄດ້ແວ່ແມ່ນເມືອງ ມະລາກາ Melaka ທີ່ຕັ້ງຢູ່ໃນປະເທດ ມາເລເຊຍ Malaysia 🇲🇾
ເມືອງ ມະລາກາ Melaka 🇲🇾 ເປັນອີກເມືອງຫນື່ງທີ່ຫນ້າທ່ຽວ ເຊີ່ງເປັນເມືອງມໍລະດົກໂລກທີ່ເປັນສະຖານທີ່ຍອດຮີດເມືອງຫນື່ງທີ່ຕ້ອງມາໃນມາເລເຊຍ. ຕິດກັບທະເລ ມີອາຄານບ້ານເຮືອນສະຖານທີ່ເກົ່າໆເຊີ່ງໃນອະດິດເຄີຍຕົກເປັນຫົວເມືອງຂື້ນຂອງປະເທດ Portugal, Netherlands ແລະ United Kingdom.
ບັນຍາກາດພາຍໃນເມືອງກໍ່ຈະມີກິ່ນອາຍແບບເມືອງເກົ່າ ອາຄານເກົ່າຕ່າງໆກໍ່ຍັງຄົງຮັກສາໄວ້ ແລະ ພາຍໃນຕົວເມືອງກໍ່ຈະມີຄອງນໍ້າໄຫລອອກສູ່ທະເລ ມີຈຸດຖ່າຍຮູບຫລາຍແຫ່ງ.
Dutch Square ເຊີ່ງແມ່ນ land mark ໃຈກາງເມືອງທີ່ໃຫ້ຄົນມາຖ່າຍຮູບ ມາຢ້ຽມຊົມກັບອາຄານເກົ່າ
Jonker Streetມ ແມ່ນໂຊນ Street food ຖະຫນົນຄົນຍ່າງໃນຕອນຄໍ່າເຊີ່ງຈະມີອາຫານຂາຍເຕັມຖະຫນົນ.
ຍັງມີອີກຫນື່ງສະຖານທີ່ທີ່ເຮົາມັກທີ່ສຸດແມ່ນ ມັດສະຍິດ Masjid Selat Melaka ເຊີ່ງເປັນມັດສະຍິດທີ່ຕັ້ງຢູ່ແຄມທະເລ ທີ່ມີຄວາມສວຍງາມສະດຸດຕາ.
ແອບເສຍດາຍສະໄຫມນັ້ນບໍ່ເລາະຊິມອາຫານທ້ອງຖີ່ນ ແລະ ຮ້ານເດັດໆຮ້ານດັງຂອງເມືອງ
#ການເດີນທາງ
- ນັ່ງລົດບັສຈາກປະເທດສີງກະໂປ ມາຫາຮອດສະຖານນີໃຫຍ່ຂອງເມືອງມະລາກາ
- ແລ້ວຕໍ່ລົດບັສເພື່ອເຂົ້າມາໃນຕົວເມືອງ ມະລາກາ
- ການເດີນທາງແບບສາທາພາຍໃນເມືອງ ລົດບັສ,ແທັກຊີ່ ແລະ ລົດຖີບທີ່ເປັນເອກະລັກຂອງເມືອງ
- ຄ່າຄອງຊີບພາຍໃນຕົວເມືອງຖືວ່າບໍ່ແພງຫລາຍ, ອາຫານທີ່ພັກ ໂຮງແຮມ ລາຄາທົ່ວໄປ
- ໃຊ້ເວລາຢູ່ທີ່ເມືອງນີ້ແມ່ນ 2 ມື້ 1 ຄືນ
- ເງິນທີ່ໃຊ້ຈ່າຍແມ່ນ ສະກຸນ ຣິງກິດ Malaysian Ringgit
1 MYR = 4000 LAK ເລດປີ2023 ຕອນເກົ່າຖືກກວ່ານີ້ຫລາຍ
( ຂໍ້ມູນເລີ່ມບໍ່ຄ່ອຍຫລົງເຫລືອ ຄົງໄວ້ພຽງບາງສ່ວນ )

#ຮູບຖ່າຍໄວ້ໃນປິ2016
ຮູບພາບຖ່າຍທັງຫມົດແມ່ນໂທລະສັບ Iphone 6 plus


ກົດ LIKE ກົດ Share ຫຼື ກົດຕິດຕາມ
ເພື່ອສະດວກໃນຮັບຂໍ້ມູນຂ່າວສານ
page Followme Journey

Address

Vientiane

Website

Alerts

Be the first to know and let us send you an email when Followme Journey posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share