29/09/2024
🐕 ພະຍາດວໍ້ ເປັນພະຍາດຊຶມເຊື້ອ ທີ່ສົ່ງຜົນກະທົບຕໍ່ຄົນ ແລະ ສັດ ແລະ ຍັງເປັນໄພຄຸກຄາມ ຕໍ່ສຸຂະພາບ ຢ່າງຮ້າຍແຮງ ໃນ ສປປ ລາວ. ພະຍາດວໍ້ ເກີດຈາກ ເຊື້ອໄວຣັດວໍ້ ຊຶ່ງເປັນພະຍາດ ທີ່ສາມາດ ຕິດຕໍ່ມາຈາກ ສັດເລືອດອຸ່ນ, ລວມທັງຄົນ. ໂດຍທົ່ວໄປແລ້ວ ພະຍາດວໍ້ ສາມາດແຜ່ເຊື້ອ ຜ່ານນໍ້າລາຍ ຂອງສັດຫຼາຍປະເພດ ທີ່ເປັນພາຫະຖືເຊື້ອ, ແຕ່ສ່ວນໃຫຍ່ 99% ແມ່ນເກີດຈາກ ການກັດ ຫຼື ການຂູດຂອງ ໝາ ທີ່ມີເຊື້ອ. ຖ້າມີການສະແດງອາການ ແລະ ບໍ່ໄດ້ຮັບການປິ່ນປົວ ຢ່າງທ່ວງທັນ, ພະຍາດວໍ້ ສາມາດກໍ່ໃຫ້ເກີດ ການເສຍຊີວິດໄດ້ 100%.
ອົງການອະນາໄມໂລກ ຫຼື WHO ລາຍງານໃຫ້ຮູ້ວ່າ ໃນແຕ່ລະປີ ມີຜູ້ເສຍຊີວິດ ຈາກພະຍາດວໍ້ ປະມານ 61,000 ຄົນ ໃນທົ່ວໂລກ (1) ແລະ ຫຼາຍກວ່າເຄິ່ງໜຶ່ງ ຂອງການເສຍຊີວິດ ແມ່ນຢູ່ ທະວີບອາຊີ. ພະຍາດວໍ້ ມີສັດຫຼາຍປະເພດ ທີ່ສາມາດ ເປັນພາຫະ ຖືເຊື້ອ, ແຕ່ສ່ວນໃຫຍ່ຢູ່ ສປປ ລາວ, “ໝາ” ແມ່ນສັດນໍາເຊື້ອອັນດັບຕົ້ນ ແລະ ເປັນສັດທີ່ເປັນໄພຄຸກຄາມຫຼັກ ຂອງການແຜ່ເຊື້ອວໍ້. ສປປ ລາວ ໄດ້ມີຄວາມພະຍາຍາມ ໃນການຄວບຄຸມ ການແຜ່ລະບາດ ຂອງພະຍາດວໍ້ມາຫຼາຍທົດສະວັດ, ໂດຍມີການລາຍງານ ການຕິດເຊື້ອວໍ້ໃນຄົນ ທໍາອິດປີ 1963 ແລະ ໃນສັດ ໃນລະຫວ່າງປີ 1960.
ແຕ່ລະປີ ຢູ່ ສປປ ລາວ ມີລາຍງານຄົນຖືກໝາກັດ ສະເລ່ຍ 8,500 ຄົນ, ທັງຢູ່ໃນຕົວເມືອງໃຫຍ່ ແລະ ຢູ່ ຕາມຊົນນະບົດ (2), ກໍ່ໃຫ້ເກີດຄວາມກັງວົນຫຼາຍຂຶ້ນ ຕໍ່ກັບການແຜ່ເຊື້ອວໍ້ ແລະ ມີຄວາມຈໍາເປັນ ຈະຕ້ອງໄດ້ປົກປ້ອງຄົນ ແລະ ສັດ ຈາກການແຜ່ລະບາດ ຂອງເຊື້ອພະຍາດ ທີ່ອັນຕະລາຍດັ່ງກ່າວ.
ມີຫຼາຍການສຶກສາຄົ້ນຄວ້າຜ່ານມາ, ໄດ້ສະແດງໃຫ້ເຫັນວ່າ ພະຍາດວໍ້ ໄດ້ມີການແຜ່ຂະຫຍາຍຫຼາຍຂຶ້ນ ໃນພູມິພາກ ລວມທັງ ປະເທດໃກ້ຄຽງ ສປປ ລາວ ເຊັ່ນ: ກໍາປູເຈຍ ແລະ ຢູ່ພາກໃຕ້ ຂອງ ສປ ຈີນ. ການເພີ່ມຂຶ້ນຂອງການຕິດເຊື້ອ ຮຽກຮ້ອງໃຫ້ ສປປ ລາວ ຕ້ອງໄດ້ເພີ່ມຄວາມເອົາໃຈໃສ່ ໃນການຄວບຄຸມ ການລະບາດ ຂອງພະຍາດວໍ້ ໃຫ້ຫຼາຍຂຶ້ນ.
ເນື່ອງໃນໂອກາດ ວັນວໍ້ໂລກ ຫຼື World Rabies Day ວັນທີ 28 ກັນຍາ ຂອງທຸກໆປີ, ວັນດັ່ງກ່າວ ຍິ່ງເນັ້ນໃຫ້ເຫັນເຖິງຄວາມສໍາຄັນ ແລະ ຈໍາເປັນອັນຮີບດ່ວນ ເພື່ອຕໍ່ສູ້ກັບ ພະຍາດວໍ້ ຕາມແນວທາງ ຂອງ ສຸຂະພາບໜຶ່ງດຽວ ຫຼື One Health ໂດຍສະແດງ ໃຫ້ເຫັນການເຊື່ອມໂຍງ ລະຫວ່າງ ສຸຂະພາບຄົນ, ສຸຂະພາບສັດ ແລະ ສຸຂະພາບ ສິ່ງແວດລ້ອມ. ແນວທາງນີ້, ຮຽກຮ້ອງ ໃຫ້ມີການຮ່ວມມືກັນ ຢ່າງໃກ້ຊິດ ລະຫວ່າງ ທ່ານໝໍ, ສັດຕະວະແພດ, ຊ່ຽວຊານ ທາງດ້ານສຸຂະພາບ, ນັກຂ່າວ ແລະ ທຸກໆຄົນ ໃນສັງຄົມ ເພື່ອຮ່ວມມືກັນ ປ້ອງກັນ ການແຜ່ລະບາດພະຍາດຮ້າຍນີ້ ຢູ່ ສປປ ລາວ ແລະ ພາກພື້ນ.
ທ່ານ ສຈ. ປອ. ດຣ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ປະທານສະມາຄົມແພດ ພະຍາດຊຶມເຊື້ອລາວ ໄດ້ກ່າວວ່າ: ເນື່ອງໃນໂອກາດ ວັນວໍ້ໂລກ, ຂໍເຊີນຊວນ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເຫັນໄດ້ຄວາມສໍາຄັນ ໃນການປ້ອງກັນພະຍາດວໍ້ ບໍ່ວ່າ ຈະເປັນການປ້ອງກັນໃຫ້ກັບ ລູກຫຼານຕົນເອງ ແລະ ສັດລ້ຽງ ແລະ ຊ່ວຍກັນ ເຜີຍແຜ່ ຄວາມຮັບຮູ້ ໃຫ້ປະຊາຊົນທຸກຖ້ວນໜ້າ ໃຫ້ຮູ້ໄດ້ ຄວາມສໍາຄັນ ແລະ ຄວາມອັນຕະລາຍ ຂອງພະຍາດວໍ້.
ລັດຖະບານລາວ ກໍ່ຄືກະຊວງສາທາລະນະສຸກ, ພ້ອມດ້ວຍບັນດາປະເທດຕ່າງໆ ໃນທົ່ວໂລກ ກໍາລັງກະກຽມ ສູ້ຊົນລົບລ້າງພະຍາດວໍ້ ໃຫ້ຫມົດໄປຈາກປະເທດເຮົາ ແລະ ທົ່ວໂລກ ພາຍໃນປີ 2030.
ພະຍາດວໍ້ ເຖິງຈະເປັນພະຍາດຮ້າຍແຮງ ເຖິງຊີວິດກໍ່ຕາມ, ແຕ່ເປັນພະຍາດ ທີ່ມີວັກຊີນສັກປ້ອງກັນໄດ້ ທັງໃນ ຄົນ ແລະ ສັດ. ສໍາລັບຄົນ ສາມາດສັກວັກຊີນໄດ້ ກ່ອນຈະຖືກກັດ, ຖ້າຖືກກັດແລ້ວ ຕ້ອງໄດ້ຮີບດ່ວນ ລ້າງບາດແຜ່ ແລະ ສັກວັກຊີນດ່ວນ ເພື່ອປ້ອງກັນບໍ່ໃຫ້ພະຍາດ ເຂົ້າສູ່ປະສາດສູນກາງ. ບັນດາທ່ານ ສາມາດນໍາ ເອົາໝາແມວ ໄປຮັບວັກຊີນ ກັນວໍ້ ຢູ່ໃນຂອບເຂດທົ່ວປະເທດ, ເຊັ່ນ: ໂຮງໝໍປົວສັດ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ, ສ່ວນຢູ່ຕ່າງແຂວງ ແມ່ນໃຫ້ພົວພັນກັບ ຂະແໜງລ້ຽງສັດ ແລະ ການປະມົງ, ຊຶ່ງຂຶ້ນກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງ. ສໍາລັບຄົນ, ຖ້າທ່ານມີຄວາມສ່ຽງ ຫຼື ຢາກປ້ອງກັນ ບໍ່ໃຫ້ຄວາມສ່ຽງເກີດຂຶ້ນ, ສາມາດເຂົ້າໄປໂຮງໝໍ ສູນກາງ ເພື່ອສັກວັກຊີນປ້ອງກັນວໍ້ໄວ້ລ່ວງໜ້າ. ການມີສ່ວນຮ່ວມຂອງຊຸມຊົນ ຕາມແນວທາງຂອງ ສຸຂະພາບໜຶ່ງດຽວ ຈະຊ່ວຍໃຫ້ປະເທດລາວ ສາມາດ ກ້າວເຂົ້າໄປສູ່ ອະນາຄົດ ທີ່ບໍ່ມີພະຍາດວໍ້ ແລະ ບໍ່ມີການເສຍຊີວິດຂອງປະຊາກອນ ຈາກພະຍາດວໍ້ເກີດຂຶ້ນ.
Lao Youth Radio ລາຍງານ
ຂໍ້ມູນ
1) WHO
2) Kamsing et al., 2012. A review of rabies surveillance and response activities in Lao PDR to 2011. 15th International Congress on Infectious Diseases.