25/08/2025
🌦ບັນຍາກາດ ການອອກຍ່າງປ່າຊົມນ້ຳຕົກເຂດໃກ້ຄຽງພູໄຟລ້ານປີ 🌋ທີ່ ບ. ພູດ້າມຂວັນ ມ.ປາກຊ່ອງ ຂ.ຈຳປາສັກ ລຸຍຝົນໜ້ອຍໜຶ່ງ.
🏞ມີນ້ຳຕົກຢູ່4ຈຸດ ແມ່ນ້ຳ2ສາຍມາລວມກັນໃນຈຸດນີ້ ນ້ຳນ້ອຍ+ນ້ຳຕະປຸງ ຖ້າຈື່ບໍ່ຜິດ ເປັນນ້ຳຕົກທີ່ບໍ່ສູງຫລາຍ ປະເມີນດ້ວຍສາຍຕາ ສູງປະມານ7-8ແມັດ ຫ່າງກັນບໍ່ເກີນ 200ແມັດ ແຕ່ວ່າເສັ້ນທາງຍ່າງ ໂດຍລວມ 1.5 ກິໂລແມັດ ເລີ່ມຈາກຈຸດຈອດລົດ ມືໃໝ່ຍ່າງປ່າ ແນະນຳເລີຍ🤭 ໃຊ້ເວລາພຽງ 1ຊົ່ວໂມງ ຍ່າງ+ຖ່າຍຮູບ📸.
⛺️ມີທີ່ພັກກິນເຂົ້າອາຫານທ່ຽງ ຢູ່ຖຽງ ຫລືກະຕູບພໍ່ໃຫຍ່ສົມພອນ ມີໜອງປາໃຫ້ຫວ່ານແຫ ຕຶກເບັດໄດ້ ມີໄກ່ແຈ້ໃຫ້ຕົ້ມພ້ອມ 😋 ລົດຈັກ ລົດໃຫຍ່ເຂົ້າມາຈອດຢູ່ໜ້າຕູບໄດ້ເລີຍ ຫ່າງຈາກບ້ານບໍ່ໄກ 1ກິໂລແມັດ
📌ສະຖານທີ່ທ່ຽວໃກ້ຄຽງ
1. ພູໄຟລ້ານ ຈຸດຊົມວິວ ແຄັມປິ້ງ, ປິກນິກກາງແຈ້ງ ສຳຫລວດປ່ອງພູໄຟເກົ່າ ສິ່ງອຳນວຍຄວາມສະດວກ ຫ້ອງນ້ຳ ໄຟຟ້າ, ນ້ຳໃຊ້ ແລະເຄື່ອງດື່ມ.
2. ໂຮມສະເຕລີ້ລັບ ມີຟາມໝູ່ປ່າ, ຊົມວິທີການຂົ້ວກາເຟ ຊິມກາເຟສົດ ພ້ອມຂອງຕ້ອນກາເຟຂົ້ວແລ້ວ 200g ຕິດມືເມືອນຳ ມີຈຸດຊົມວິວທີ່ລົດຂຶ້ນໄປຮອດ ຈະແນມເຫັນ ສາຍພູໄຟ3 ຫນ່ວຍລຽນກັນ
#ໜີທ່ຽວ #หนีเที่ยว #ພູໄຟລ້ານປີ #ປາກຊ່ອງ #ภูไฟปากช่อง #เที่ยวลาวใต้