18/10/2025
ນິທານຫົງຫາມເຕົ່າ
ແຕ່ກີ້ແຕ່ກ່ອນ ມີນົກຫົງຜົວເມຍຄູ່ຫນຶ່ງ ພາກັນອາໄສຢູ່ໃນປ່າແຫ່ງຫນຶ່ງ.
ແຕ່ລະມື້ ນົກຫົງຄູ່ຜົວເມຍ ພາກັນບິນລຽບເລາະໄປມາ ເພື່ອຊອກຫາກິນອາຫານເຊັ່ນ : ປູ, ປາ, ກຸ້ງ ແລະ ຢູ່ຕາມວັງນໍ້າຕ່າງໆ ຈົນຕາເວັນຄ້ອຍຄໍ່າຈິ່ງພາກັນບິນກັບຄືນສູ່ທີ່ຢູ່ອາໄສ.
ມື້ຫນຶ່ງ ນົກຫົງຄູ່ຜົວເມຍໄດ້ພາກັນບິນໄປພໍ້ຫນອງນໍ້າໃຫຍ່ ຊຶ່ງມີ ປູ, ປາ, ຫອຍ, ກຸງເຕັມຫນອງ ມື້ລຸນມາ ນົກຫົງຄູ່ຜົວເມຍກໍ່ພາກັນໄປສູ່ຫນອງນໍ້າໃຫຍ່ ທີ່ໄດ້ພົບພໍ້ມື້ວານນີ້ ຫວັງຈະໄດ້ກິນອາຫານທີ່ມີຢູ່ໃນຫນອງນັ້ນ ແຕ່ວ່າຈາກບ່ອນທີ່ນົກຫົງອາໄສຢູ່ໄປຫາໜອງນໍ້າໃຫຍ່ນັ້ນ ໄລຍະທາງຫ່າງໄກທີ່ສຸດ ເຮັດໃຫ້ຫົງຄູ່ຜົວເມຍ ອິດເມື່ອຍໂຫຍໂຮຍແຮງ ຈິ່ງຊວນກັນລົງແວ່ພັກເຊົາກາງປ່າຕາມເສັ້ນທາງທີ່ບິນຜ່ານ ຊວນກັນແລ້ວ ກໍ່ຫຸບປິກລົງພັກເຊົາທັນທີ ທີ່ນີ້ເປັນປ່າດົງພົງໄພ ແລະ ມີຫນອງນໍ້າແຫ້ງໃຫຍ່ບໍ່ມີປູ, ປາ, ກຸ້ງ, ຫອຍອັນໃດອາໄສຢູ່ໃນຫນອງນໍ້ານີ້ເລີຍ.
ຢູ່ແຄມຫນອງບ່ອນນີ້ມີເຕົ່າຕົວຫນຶ່ງ ຍ່າງເລາະຄວັດເຂ່ຍຫາກິນ ແລະ ຈອບມອງເບິ່ງ ປູ່, ປາ, ກຸ້ງ ແລະ ຫອຍຈະເຕັ້ນຈະບ້ອນຢູ່ໃນຫນອງກໍ່ບໍ່ມີພໍຈະໃຫ້ເຕົ່າເຫັນເລີຍ ເພາະຫນອງນີ້ຂາດເຂີນນໍ້າຈົນແຫ້ງຂອດ ນົກຫົງຄູ່ຜົວເມຍໄດ້ເຫັນດັ່ງນັ້ນ ຈິ່ງຟ້າວຖາມເຕົ່າວ່າ : ດູກ່ອນສະຫາຍ ເຕົ່າທີ່ຮັກ ທ່ານຄວັດເຂຍ ແລະ ຈອບມອງຢູ່ທີ່ນີ້ ທ່ານກໍ່ພໍຫາໄດ້ປູ, ປາ, ກຸ້ງ, ຫອຍພໍໄດ້ເປັນອາຫານແດ່ບໍ? ຫລືຫາກວ່າ ບໍ່ພໍ້ຫຍັງເລີຍ ຍ້ອນຫນອງນໍ້າແຫ້ງຂອດ.
ເຕົ່າໄດ້ຟັງດັ່ງນັ້ນ ຈິ່ງຕອບວ່າ: ດູລາສະຫາຍຫົງ ອັນວ່າ ປູ, ປາ, ກຸ້ງ, ຫອຍ ທີ່ເປັນອາຫານປະຈໍາວັນຂອງຂ້ອຍ ແມ່ນອິດຢາກເຕັມທີ ເພາະວ່າຫນອງ ບ່ອນນີ້ບໍ່ມີນໍ້າໃຫ້ ປູ, ປາ, ກຸ້ງ, ຫອຍໄດ້ອາໄສ ນົກຫົງຄູ່ຜົວເມຍໄດ້ຮູ້ດັ່ງນັ້ນ ຈິ່ງເກີດມີຄວາມເມດຕາສົງສານຕໍ່ຜູ້ທີ່ຕົກ ທຸກໄດ້ຍາກ ຈິ່ງອອກປາກຂັນອາສາຈະນໍາເອົາເຕົ່າໄປໂຜດໄວ້ທີ່ໜອງນໍ້າ ຊຶ່ງອຸດົມສົມບູນໄປດ້ວຍ ປູ, ປາ, ກຸ້ງ, ຫອຍ. ແຕ່ນົກຫົງບອກເຕົ່າວ່າ : ໜອງນັ້ນຢູ່ຫ່າງໄກຈາກບ່ອນນີ້ຫລາຍແທ້ໃດ.
ເຕົ່າຈິ່ງສະແດງຄວາມຂອບອົກຂອບໃຈຕໍ່ນົກຫົງຄູ່ຜົວເມຍ ທີ່ມີຈິດໃຈ ເອື້ອເຟື້ອເພື່ອແຜ່ ຢາກໂຜດຜາຍຊູຊວັນ. ແຕ່ເຕົ່າບອກວ່າ : ຂ້ອຍເອງບໍ່ມີປິກຄືດັ່ງຫົງ ບໍ່ຫ່ອນຊິໄປໄກໆໄດ້ ນົກຫົງເວົ້ານຳເຕົ່າວ່າ : ຖ້າເຈົ້າມີຄວາມປະສົງຢາກໄປອີ່ຫລີ ກໍ່ບໍ່ຍາກບໍ່ຊາຫຍັງດອກ ພຽງແຕ່ປະຕິບັດຕາມຂໍ້ກະຕິກາດັ່ງນີ້ : ເວລາເດີນທາງໄປນັ້ນ ລະຫວ່າງກາງທາງຖ້າມີຫຍັງເກີດຂຶ້ນ ຫ້າມເດັດຂາດບໍ່ໃຫ້ທ່ານ (ເຕົ່າ) ອ້າປາກ ເວົ້າຈາອັນໃດເປັນອັນຂາດ ຝ່າຍເຕົ່າຈິ່ງບອກນົກຫົງວ່າ : ຍິນດີປະຕິບັດຕາມຂໍ້ກະຕິກາທຸກຢ່າງ.
ດັ່ງນັ້ນ ນົກຫົງຈິ່ງຟ້າວຊອກຫາເອົາງ່າໄມ້ມາເຮັດໄມ້ຄານ ໃຫ້ເຕົ່າຄາບເຄິ່ງກາງ ແລ້ວນົກຫົງຄູ່ຜົວເມຍກໍ່ຄາບໄມ້ຄານຫາມໂຕລະສົ້ນ ເມື່ອເຕົ່າຄາບໄມ້ຄານແຫນ້ນແລ້ວ ນົກຫົງກໍ່ບິນຫາມເຕົ່າໄປທາງອາກາດ ຜ່ານດົງຫນາປ່າໃຫຍ່ໄປເລື້ອຍໆ.
ພໍໄປເຖິງຫມູ່ບ້ານແຫ່ງຫນຶ່ງ ຊາວບ້ານແນມເຫັນ ຈິ່ງພາກັນທ້ວງສຽງ ແຊວງຂຶ້ນວ່າ : ໂອ !!! ເບິ່ງແມ໋ ຫົງຫາມເຕົ່າ, ໃຜໆກໍ່ເວົ້າເປັນທໍານອງດຽວກັນວ່າ : ຫົງຫາມເຕົ່າ ... ຫົງຫາມເຕົ່າ...
ເມື່ອເຕົ່າໄດ້ຍິນສຽງຄົນທ້ວງວ່າ : ຫົງຫາມເຕົ່າ, ກໍ່ຄິດຄຽດແຄ້ນເຈັບແສບ ເຂົ້າໃນກະດອງ ທັງຢາກຮ້ອງຢາກໄຫ້ ເພາະເສຍໃຈມີແຕ່ຄົນທ້ວງວ່າ : ຫົງຫາມເຕົ່າ ບາດວ່າ ເຕົ່າຫາບຫົງພັດບໍ່ມີຜູ້ໃດອ້າປາກເວົ້າເລີຍ ເຕົ່າຄິດດ່າຢູ່ໃນໃຈວ່າ : ຕາສູ່ບໍ່ເບິ່ງບໍ ທີ່ເຕົ່າຫາບຫົງເປັນຫຍັງບໍ່ເວົ້າແດ່ ເຕົ່າຄຽດແຮງຫລາຍ ຈິ່ງອ້າປາກຈະຮ້ອງບອກຄົນໃຫ້ພາກັນເວົ້າວ່າ : ເຕົ່າຫາບຫົງ...ເຕົ່າຫາບຫົງ. ພໍແຕ່ອ້າປາກທໍ່ນັ້ນ ເຕົ່າກໍ່ຫລຸດອອກຈາກໄມ້ຄານຫາມ ຕົກລົງສູ່ພື້ນດິນ ກະດອງແຕກຕາຍທັນທີ ຍ້ອນເຕົ່າຫລົງລືມຄໍາຫ້າມຂອງນົກຫົງນັ້ນແລ.
ຂໍມູນໂເຍ : ທ່ານ ຫຸມເພັດ ມະນີສຸກ