12/07/2025
🌿✨The NamKhan Resort Luangprabang, ຜູ້ນຳດ້ານການທ່ອງທ່ຽວພື້ນທີ່ສີຂຽວ 💚 ໃນເມືອງມໍລະດົກໂລກ ນະຄອນຫຼວງພະບາງ
📍 ເດີນ້ຳຄານຣີສອດ (The Namkhan Resort) ຕັ້ງຢູ່ບ້ານດອນແກ້ວ, ນະຄອນຫຼວງພະບາງ ແຂວງຫຼວງພະບາງ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2015 ທີ່ຖືວ່າເປັນອີກໜື່ງຣີສອດ ທີ່ໃຫ້ຄວາມສຳຄັນ ແລະ ໃສ່ໃຈໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ຄຽງຄູ່ກັບການໃຫ້ຄວາມຮູ້ດ້ານສິ່ງແວດລ້ອມ ແກ່ຊຸມຊົນ ແລະ ນັກທ່ອງທ່ຽວທີ່ມາພັກໃນຣີສອດແຫ່ງນີ້. ໃນໄລຍະຜ່ານ ທາງຣີສອດໄດ້ມີການດຳເນີນກິດຈະກຳຫຼາຍກິດຈະກຳທີ່ເປັນມິດກັບສິ່ງແວດລ້ອມ ໂດຍສະເພາະແມ່ນການເຮັດຝຸ່ນບົ່ມຊີວະພາບ ເພື່ອນຳໄປໃຊ້ໃນສວນຜັກປອດສານພິດພາຍໃນຣີສອດ, ພ້ອມທັງມີການຕິດຕັ້ງຈຸດຄັດແຍກຂີ້ເຫຍື້ອ ແລະ ຈຸດສະແກນ QR code ໃນບໍລິເວນທົ່ວໂຮງແຮມ ເພື່ອເປັນສ້າງຄວາມຮັບຮູ້ກ່ຽວກັບວຽກງານສີຂຽວ ໃຫ້ແກ່ບັນດາແຂກທີ່ເຂົ້າມາໃຊ້ບໍລິການ ແລະ ຜູ້ທີ່ສົນໃຈກ່ຽວກັບບັນຫາດ້ານສິ່ງແວດລ້ອມ, ພ້ອມທັງມີນະໂຍບາຍໃນການລຸດຜ່ອນປລາສຕິກທີ່ໃຊ້ຄັ້ງດຽວແລ້ວຖິ້ມໃຫ້ໄດ້ຫຼາຍທີ່ສຸດ, ນອກຈາກນັ້ນ ທາງຣີສອດຍັງໄດ້ມີການເຂົ້າຮ່ວມຂະບວນອະນາໄມຮ່ວມກັບຊຸມຊົນໃນໝູ່ບ້ານ ແລະ ຮ່ວມຂະບວນເກັບຂີ້ເຫຍື້ອໃນນະຄອນຫຼວງພະບາງ ຮ່ວມກັບ Trash idol ແລະ Green Luangprabang ໃນໄລຍະຜ່ານ. ຈາກຜົນຂອງການເນັ້ນໜັກ ແລະ ໃຫ້ຄວາມສຳຄັນດ້ານສິ່ງແວດລ້ອມຕະຫຼອດມາ ຈື່ງເຮັດໃຫ້ທາງ The Namkhan ໄດ້ຮັບລາງວັນ Plastic Free Laos ກາໝາຍ ສປປ ລາວ ປາສະຈາກປລາສຕິກ ເພື່ອເປັນການຢັ້ງຢືນເຖິງຄວາມຕັ້ງໃຈໃນການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ. ♻️
👤 💬 ທ່ານ Carl Sladen ຜູ້ຈັດການ ເດີນ້ຳຄານຣີສອດ ໄດ້ກ່າວວ່າ: "The NamKhan Resort ມີເປົ້າໝາຍສູ່ການເປັນຣີສອດແຫ່ງອະນາຄົດ ທີ່ນຳສະເໜີແນວຄວາມຄິດເພື່ອຄວາມຍືນຍົງ ແລະ ຄວາມຕັ້ງໃຈທີ່ຈະພັດທະນາໃຫ້ຣີສອດແຫ່ງນີ້, ໃຫ້ກາຍເປັນສະຖານທີ່ ທີ່ເປັນມິດກັບສິ່ງແວດລ້ອມຢ່າງແທ້ຈິງ. ໂດຍກ່າວອີກວ່າ: ໃນອີກ 1-8 ປີຂ້າງໜ້າ ທາງຣີສອດມີເປົ້າໝາຍທີ່ຈະພັດທະນາການປະມົງ, ການລ້ຽງເຜິ້ງ ແລະ ລ້ຽງຄວາຍ ເພື່ອເຊື່ອມໂຍງຣີສອດເຂົ້າກັບຊຸມຊົນ, ທີ່ສະທ້ອນເຖິງວິຖີຊີວິດແບບຍືນຍົງ ເຊິ່ງທັງໝົດນີ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈທີ່ຈະສ້າງປະສົບການທີ່ພິເສດໃຫ້ກັບແຂກຜູ້ທີ່ເຂົ້າມາໃຊ້ບໍລິການໃນຣີສອດແຫ່ງນີ້”. 🌱
🌍💬 ໃນຕອນທ້າຍນີ້, ທ່ານ Carl Sladen ຍັງໄດ້ຮຽກຮ້ອງໃຫ້ທຸກຄົນ ຮ່ວມເປັນສ່ວນໜຶ່ງໃນການສ້າງອະນາຄົດທີ່ຍືນຍົງ ໄປພ້ອມກັບ "The NamKhan Resort" ເພື່ອສຳຜັດປະສົບການດ້ານການປົກປັກຮັກສາສິ່ງແວດລ້ອມ ແລະ ຮ່ວມກັນສ້າງໂລກທີ່ໜ້າຢູ່ຍິ່ງຂຶ້ນສຳລັບຄົນລຸ້ນຕໍ່ໆໄປ. ພວກເຮົາຫວັງເປັນຢ່າງຍິ່ງວ່າຈະໄດ້ຕ້ອນຮັບທຸກທ່ານທີ່ຣີສອດຂອງພວກເຮົາ ແລະ ຮ່ວມແບ່ງປັນຊ່ວງເວລາອັນມີຄ່າໄປກັບການປູກຈິດສຳນຶກທາງດ້ານສິ່ງແວດລ້ອມຕໍ່ໄປ" ທ່ານ Carl Sladen ກ່າວ.
ເດີນ້ຳຄານຣີສອດ ຖືເປັນອີກໜຶ່ງທຸລະກິດທີ່ໄດ້ເລັງເຫັນເຖິງຄວາມສຳຄັນ ຂອງບັນຫາສິ່ງແວດລ້ອມ ແລະ ພ້ອມທີ່ຈະເປັນສ່ວນໜຶ່ງໃນການແກ້ໄຂບັນຫາສິ່ງແວດລ້ອມ ຄຽງຄູ່ກັບການໃຫ້ຄວາມຮູ້ແກ່ຊຸມຊົນ ແລະ ນັກທ່ອງທ່ຽວ ຜ່ານການເປັນທຸລະກິດສີຂຽວ ເຊິ່ງການໄດ້ຮັບລາງວັນ 🏆 Plastic Free Laos ກາໝາຍ ສປປ ລາວ ປາສະຈາກປລາສຕິກ ຂອງຣີສອດໃນຄັ້ງນີ້ ຖືເປັນອີກໜຶ່ງຂໍ້ພິສູດເຖິງຄວາມສາມາດຂອງການດຳເນີນທຸລະກິດ ທີ່ຍາມໃດ ກໍ່ດັດປັບໃຫ້ຄຽງຄູ່ກັບການຮັກສາສິ່ງແວດລ້ອມໄປພ້ອມກັນ ເພື່ອສ້າງສັງຄົມ ແລະ ເພື່ອໂລກໜ່ວຍນີ້ໄດ້ຢ່າງແທ້ຈິງ. 🌱
ທີ່ມາ: The Nam Khan Resort Luangprabang
#ພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງຫຼວງພະບາງ