ອີ່ຮູ້ E-Hou

ອີ່ຮູ້ E-Hou E-Hou is a project funded primarily by The Asia Foundation, a project that seeks out, explores, and's forgotten activities in the Covid 19 epidemic.

Promoting and publishes attractions for a new generation of Lao people through social media.

ນະຄອນຫຼວງພະບາງເປັນເມືອງໜຶ່ງທີ່ຂື້ນຊື່ທາງດ້ານການທ່ອງທ່ຽວວັດທະນະທຳ, ຮິດຄອງປະເພນີ ແລະ ແຫຼ່ງທ່ອງທ່ຽວທາງທຳມະຊາດລວມໄປເຖິງອາຫານ...
24/09/2022

ນະຄອນຫຼວງພະບາງເປັນເມືອງໜຶ່ງທີ່ຂື້ນຊື່ທາງດ້ານການທ່ອງທ່ຽວວັດທະນະທຳ, ຮິດຄອງປະເພນີ ແລະ ແຫຼ່ງທ່ອງທ່ຽວທາງທຳມະຊາດລວມໄປເຖິງອາຫານກໍ່ເປັນສີ່ງທີ່ບົ່ງບອກຄວາມເປັນເອກະລັກຂອງຫຼວງພະບາງ.
___________________________________________________________________
ອາຫານຫຼວງພະບາງເປັນອາຫານທີ່ມີຄວາມແຕກຕ່າງ ແລະໂດດເດັ່ນສະເພາະຢ່າງຊັດເຈນ ຈາກອາຫານທຸກພື້ນທີ່ຂອງລາວ, ອາຫານຫຼວງພະບາງເປັນອາຫານທີ່ນຳໃຊ້ວັດຖຸດິບ, ເຄື່ອງຄຽງ ທີ່ເປັນສະໝຸນໄພເຂົ້າໃນການ ປຸງແຕ່ງເພື່ອໃຫ້ມີິລົດຊາດເປັນເອກະລັກແລະ ດີຕໍ່ສຸຂະພາບ.
____________________________________________________________________
ສວນອາຫານຫຼັງບ້ານຕັ້ງຢູ່ແຄມຂອງບ້ານໜອງຊາຍ, ກົງກັນຂ້າມກັບວັດໜອງຊາຍ, ເພີ່ນມີອາຫານຫຼາກຫຼາຍປະເພດທີ່ໂດດເດັ່ນທີ່ສຸດກໍ່ຄືອາຫານຫຼວງພະບາງເຊັ່ນ: ເອາະຫຼາມ, ສະລັດຫຼວງພະບາງ, ມົກປາ ນອກຈາກໃຫ້ການບໍລີການທາງດ້ານອາຫານແລ້ວ ເພີ່ນຍັງມີການສາທິດ ແລະ ນຳພາຮຽນຮູ້ວີທີການເຮັດອາຫານຫຼວງພະບາງນຳອີກ.
_____________________________________________________________________
ນອກຈາກຄວາມໂດດເດັ່ນທາງດ້ານອາຫານແລ້ວ, ສວນຫຼັງບ້ານຍັງເປັນບ່ອນໃຫ້ພັກຜ່ອນຊີວໆຊົມບັນຍາກາດແຄມຂອງໄດ້ອີກ.
#ອີ່ຮູ້
ສວນຫລັງບ້ານ LangBan Garden
#ສວນຫລັງບ້ານ


#ອີ່ຮູ້ພາທ່ຽວ
#ສວນຫລັງບ້ານ

"ນໍ້າຕົກຕາດກວາງຊີ ຄວາມງົດງາມທີ່ບໍ່ເຄີຍປ່ຽນແປງ"________________________________________________ພວກເຮົາເຊື່ອວ່າທຸກໆຄົນທີ່ມ...
07/09/2022

"ນໍ້າຕົກຕາດກວາງຊີ ຄວາມງົດງາມທີ່ບໍ່ເຄີຍປ່ຽນແປງ"
________________________________________________
ພວກເຮົາເຊື່ອວ່າທຸກໆຄົນທີ່ມາທ່ຽວຫຼວງພະບາງຄົງໄດ້ສຳພັດກັບບັນຍາກາດອັນສົດຊື່ນ ແລະ ຮົ່ມເຢັນຂອງຕາດແຫ່ງນີ້, ບໍ່ວ່າການເວລາຈະໝູນວຽນປ່ຽນໄປຫລາຍປານໃດກໍຕາມແຕ່ບໍ່ເຄີຍປ່ຽນແປງຄວາມງົດງາມຂອງທຳມະຊາດຂອງຕາດກວາງຊີໄດ້.
________________________________________________
ເປັນອີກມື້ໜຶ່ງທີ່ພວກເຮົາອີ່ຮູ້ໄດ້ມາສຳພັດກັບບັນຍາກາດທີ່ສາມາດມາລະບາຍຄວາມຄຽດ, ຄວາມຮ້ອນ, ຄວາມວຸ້ນວາຍໃນເມືອງເຊີ່ງມັນເຮັດໃຫ້ເຮົາຮູ້ສຶກສົດຊື່ນ, ຜ່ອນຄາຍໄດ້ເປັນຢ່າງດີ.
________________________________________________
ຕາດກວາງຊີເປັນອີກໜື່ງສະຖານທີ່ທີ່ພວກເຈົ້າຄວນມາສຳພັດ, ມາພັກຜ່ອນ, ສູບດົມເອົາອາກາດທີ່ສົດຊື່ນກ່ອນກັບໄປເຮັດວຽກ.
_______________________________________________
#ອີ່ຮູ້



ອາທິດທີ່ຜ່ານມາພວກເຮົາທີມງານອີ່ຮູ້ໄດ້ລົງຖ່າຍງານຕາມເສັ້ນທາງໄປຕາດກວາງຊີ ແລະ ນີ້ເປັນຈຸດທີ່ສອງທີ່ພວກເຮົາໄດ້ແວ່ຮ່ວມເຮັດກິດຈະກຳ...
06/09/2022

ອາທິດທີ່ຜ່ານມາພວກເຮົາທີມງານອີ່ຮູ້ໄດ້ລົງຖ່າຍງານຕາມເສັ້ນທາງໄປຕາດກວາງຊີ ແລະ ນີ້ເປັນຈຸດທີ່ສອງທີ່ພວກເຮົາໄດ້ແວ່ຮ່ວມເຮັດກິດຈະກຳ ແລະ ຮຽນຮູ້ເລື່ອງຄວາຍ ຫລັງຈາກທີ່ພວກເຮົາແວ່ຫຼີ້ນ ແລະ ຮຽນຮູ້ວິຖີຊີວີດກັບນ້ອງໆຊາວເຜົ່າມົ້ງທີ່ບ້ານນາອວນ.
_______________________________________________________
ຟາມລ້ຽງຄວາຍນົມ, ບ້ານເມືອງຂາຍ, Laos Buffalo Dairy ເປັນຟາມແບບຍືນຍົງ ແລະ ມີສ່ວນຮ່ວມກັບການພັດທະນາສັງຄົມໃນເຂດຊົນນະບົດໃຫ້ມີຄວາມປອບໄພດ້ານອາຫານ, ຊີວີດການເປັນຢູ່, ສຸຂະພາບ ແລະ ສີ່ງແວດລ້ອມອ້ອມຂ້າງໂດຍການຈັດຕັ້ງຟາມຄວາຍທີ່ໃຫ້ປະຊາຊົນມີສ່ວນຮ່ວມ.
________________________________________________________
ປະຊາຊົນສາມາດນຳແມ່ພັນຄວາຍຂອງໂຕເອງມາໃຫ້ທາງສູນດູແລ, ເພາະພັນ ແລະ ຂະຫຍາຍພັນ ໃຫ້ມີຄຸນນະພາບທີ່ສາມາດຜະລິດ ຜະລິດຕະພັນຕ່າງໆຈາກນົມຄວາຍທີ່ນຳມາລ້ຽງ ເຊັ່ນ: ຊີສ, ກະແລ່ມ ແລະ ຂອງຫວານຕ່າງໆ ເຊີງປະຊາຊົນສາມາດມີລາຍຮັບຈາກການໃຫ້ເຊົ່າແມ່ພັນຄວາຍ.
______________________________________________________
ນອກຈາກການໄດ້ຊີມຜະລິດຕະພັນຈາກນົມຄວາຍແລ້ວ,​ ທາງທີມງານຂອງພວກເຮົາຍັງໄດ້ຮ່ວມກິດຈະກຳການໃຫ້ອາຫານຄວາຍ,​ ອາບນ້ຳຄວາຍ, ຮຽນຮູ້ຄວາມເປັນມາຂອງສູນຄວາຍນົມແຫ່ງນີ້ ແລະ ສີ່ງສຳຄັນທີ່ເປັນໄຮໄລ້ຂອງທີ່ນີ້ຄື: ການຮີດນົມຄວາຍເພື່ອມາແປຮູບໃຫ້ເປັນຜະລິດຕະພັນຕ່າງໆ.​
_____________________________________________________
ພວກເຮົາຖືໂອກາດນີ້ຂອບໃຈທີມງານຟາມຄວາຍນົມທີ່ໃຫ້ການດູແລ ແລະ ຕ້ອນຮັບເປັນຢ່າງດີ.
#ອີ່ຮູ້




#ອີ່ຮູ້ພາທ່ຽວ

ມື້ນີ້ອີຮູ້ຈະພາທຸກຄົນມາຮູ້ຈັກກັບອີກໜຶ່ງສະຖານທີ່ທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ນັ້ນກໍ່ຄື: "ບ້ານນາອວນ"______________ ບ້ານນາອ...
04/09/2022

ມື້ນີ້ອີຮູ້ຈະພາທຸກຄົນມາຮູ້ຈັກກັບອີກໜຶ່ງສະຖານທີ່ທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ນັ້ນກໍ່ຄື: "ບ້ານນາອວນ"
______________
ບ້ານນາອວນ ນະຄອນຫຼວງພະບາງ.ເປັນບ້ານທີ່ມີສີນຄ້າຫັດຖະກຳ, ມີການສະແດງໄວ້ໃຫ້ບັນດານັກທ່ອງທ່ຽວໄດ້ສຳຜັດ ແລະ ຊື່ນຊົມ ເອກະລັກຂອງພີ່ນ້ອງເຜົ່າມົ້ງ ເຊິ່ງບ້ານແຫ່ງນີ້ກ່ອນທີ່ຈະມີການລະບາດຂອງພະຍາດໂຄວິດ-19 ແມ່ນໄດ້ຮັບຄວາມນິຍົມຈາກແຂກທັງພາຍໃນແລະຕ່າງປະເທດເປັນຢ່າງດີ ແຕ່ມາເຖິງປັດຈຸບັນນີ້ນັກທ່ອງທ່ຽວແມ່ນລຸດລົງ ສະນັ້ນຈຶ່ງເຮັດໃຫ້ປະຊາຊົນຫຼາຍຄອບຄົວໄດ້ຢຸດຕິການຂາຍເຄື່ອງຫັດຖະກຳ ແລ້ວຫັນໄປເຮັດກະສິກຳປ່ຽນແທນ ແຕ່ເຊື່ອແນ່ວ່າໃນຕໍ່ໜ້ານີ້ຈະມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງພະບາງຫຼາຍຂື້ນ ບ້ານນາອວນແຫ່ງນີ້ກໍ່ຈະກັບມາມີຄວາມຄຶກຄື້ນຄືເກົ່າຢ່າງແນ່ນອນ.
______________

#ອີ່ຮູ້
#ອີ່ຮູ້ພາທ່ຽວ
#ໄປໃສ

ພວກເຮົາອີ່ຮູ້ຢາກເປັນສວນຫນື່ງຂອງຊາວຫລວງພະບາງບາງໃນການນຳສະເຫນີອາຫານການກີນທີ່ເປັນເອກກະລັກຂອງພະບາງໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແ...
02/09/2022

ພວກເຮົາອີ່ຮູ້ຢາກເປັນສວນຫນື່ງຂອງຊາວຫລວງພະບາງບາງໃນການນຳສະເຫນີອາຫານການກີນທີ່ເປັນເອກກະລັກຂອງພະບາງໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແລະ ນອກ ໄດ້ຮີມລົດ, ບໍວ່າຈະເປັນ, ຕຳສົ້ມຫລວງພະບາງ, ໄສ້ອົ້ວ, ໄຄແຜນ, ເອາະລາມ ແລະ ແຈ່ວບ່ອງ ທີ່ມັນຂື້ນຊື່ ແລະ ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວ.
______________________________________________
ນອກຈາກອາຫານການກີນແລ້ວ, ສີ່ງຫນື່ງທີ່ພວກເຮົາຄີດວ່າຄວນແນະນຳ ແລະ ສະເຫນີໃຫ້ກັບຜູ້ທີ່ມາຍ້ຽມເຍືອນຄື ຫລວງພະບາງເບຍທີ່ບົງບ່ອກຄວາມເປັນຫລວງພະບາງ ແລະ ເປັນສີ່ງດຽວທີ່ມີສະເພາະພາຍໃນຫລວງພະບາງ.
______________________________________________
#ອີ່ຮູ້
#ໂລະລາດຫລວງພະບາງ
#ບຸນຫໍເຂົ້າປະດັບດີນ
.

ເປັນເວລາເກືອບ2ປີທີ່ບໍ່ໄດ້ມີການຈັດງານບຸນປະເພນີຊວງເຮືອເດືອນ 9 ຫໍເຂົ້າປະດັບດີນເນື່ອງຈາກມີການລະບາດຂອງພະຍາດໂຄວິດ19, ແຕ່ມາໃນປີ...
02/09/2022

ເປັນເວລາເກືອບ2ປີທີ່ບໍ່ໄດ້ມີການຈັດງານບຸນປະເພນີຊວງເຮືອເດືອນ 9 ຫໍເຂົ້າປະດັບດີນເນື່ອງຈາກມີການລະບາດຂອງພະຍາດໂຄວິດ19, ແຕ່ມາໃນປີນີ້ແມ່ນເພີ່ນໄດ້ມີການຈັດເຕັມຮູບແບບ ມີຫຼາຍກິດຈະກຳ ບໍ່ວ່າຈະເປັນການຊ່ວງເຮືອທີ່ບ້ານຫາດຮຽ່ນ, ຊ່ວງເຮືອທີ່ຍື່ງດົງ ບ້ານສັງຄະໂລກ, ແລະໃນມື້ນີ້ກໍ່ມີການໂລະລາດຕາມເສັ້ນທາງສີສະຫວ່າງວົງ, ສ່ວນໃນມື້ອ່ື່ນກໍ່ຈະມີການແຂ່ງຂັນຊ່ວງເຮືອປະເພນີທີ່ຍຶ່ງຄານ ນະຄອນຫຼວງພະບາງ.
______________________________________________
ການໂລະລາດ ຫຼື ຕະຫຼາດນັດແບບມວນຊົນ ແມ່ນຈັດຂື້ນເປັນປະຈຳໃນບຸນປີໃຫ່ມລາວ ແລະ ບຸນຫໍ່ເຂົ້າປະດັບດີນ ເຊິ່ງໄດ້ມີຊາວກະສິກອນ ພໍ່ຄ້າຊາວຂາຍໄດ້ນຳເອົາຜົນຜະລິດກະສິກຳ, ຜະລິດຕະພັນສີໄມ້ລາຍມືຂອງຕົນມາວາງຂາຍ ເປັນຕົ້ນ: ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກ, ອາຫານການກີນ, ເຄື່ອງດື່ມ ແລະ ໝາກໄມ້ຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດີນ.
______________________________________________
ຊ່ວງເຮືອເດືອນເກົ້າ ຢູ່ທີ່ຍື່ງຄານ ເດືອນເກົ້າ 9 ແມ່ນຢູ່ໃນໄລຍະລະດູຝົນ ນໍ້າຂອງຂື້ນ,ນໍ້າຄານກໍ່ຍື່ງຂື້ນ ແລະເປັນແມ່ນໍ້າທີ່ມີຄວາມສວຍງາມ ເອື້ອອຳນວຍ ຄວາມສະດວກທາງດ້ານທຳມະຊາດ ທັງສອງຝາກຝັ່ງ.ສະນັ້ນ,ນັບຕັ້ງແຕ່ສະໄໝກ່ອນເປັນຕົ້ນມາ ເຈົ້າຊີວິດ ຈຶ່ງໄດ້ເລືອກເອົາສະຖານທີ່ຍື່ງນໍ້າຄານ,ນັບແຕ່ບໍລິເວນ ຕີນພູສີເບື້ອງ ຫຼັງລົງມາຮອດໃກ້ບໍລິເວນ ປາກນໍ້າຄານເປັນສະຖານທີ່ຈັດງານແຂ່ງຂັນເຮືອຊ່ວງທີ່ຍື່ງຄານເພື່ອເຮັດໃຫ້ແຂກຈາກຕ່າງແຂວງອື່ນ,ເມືອງອື່ນເຂົ້າມາທ່ຽວຊົມ,ເມື່ອເຖິງເດືອນ 11 ອອກພັນສາ ເຈົ້າຊີວິດເພິ່ນຈຶ່ງມີເວລາໄປທ່ຽວຊົມການແຂ່ງຂັນຊ່ວງເຮືອຢູ່ຕ່າງເມືອງ ເຊັ່ນ: ດອນໂມ,ໄຊຍະບູລີ ແລະວຽງຈັນ.
______________________________________________
ການຊ່ວງເຮືອ ປະເພນີເດືອນເກົ້າດັບທີ່ ຫຼວງພະບາງ ໄດ້ກາຍເປັນ ມໍລະດົກ ທາງດ້ານວັດທະນະທຳ ສືບທອດກັນມາຫຼາຍເຊັ່ນຄົນຈົນເຖິງປັດຈຸບັນ ຍັງຮັບການປົກປັກຮັກສາ ແລະເສີມຂະຫຍາຍ ໃຫ້ກາຍເປັນວັດທະນະທຳຮີດຄອງ ປະເພນີ ອັນດີງາມຄ່ຽງຄູ່ ກັບຫຼວງພະບາງ ເມືອງມໍລະດົກໂລກ ຈາກນັກທ່ອງທ່ຽວ ແລະແຂກ ພາຍໃນ ແລະຕ່າງປະເທດເປັນຈໍານວນຫຼວງຫຼາຍ.
#ອີ່ຮູ້
#ບຸນຫໍ່ເຂົ້າປະດັບດິນ
#ອີ່ຮູ້ພາທ່ຽວ

ສະບາຍດີບຸນຫໍ່ເຂົ້າປະດັບດິນຫຼວງພະບາງ (ບຸນຊ່ວງເຮືອເດືອນ 9 ແມ່ນໍ້າຄານ ຫຼວງພະບາງ) __________________________________________...
25/08/2022

ສະບາຍດີບຸນຫໍ່ເຂົ້າປະດັບດິນຫຼວງພະບາງ (ບຸນຊ່ວງເຮືອເດືອນ 9 ແມ່ນໍ້າຄານ ຫຼວງພະບາງ)
______________________________________________

ປີນີ້ເປັນປີທຳອິດທີ່ພວກເຮົາຊາວຫຼວງພະບາງ ແລະ ທົ່ວປະເທດໄດ້ຫວນຄືນສືບຕໍ່ຈັດງານບຸນປະເພນີຕາມຮີດ 12 ຄອງ 14 ຫຼັງຈາກທີ່ພວກເຮົາຫ່າງຫາຍກັນໄປເປັນເວລາຫລາຍກວ່າ 2 ປີ.​
______________________________________________
ໃນຊ່ວງ 2-3 ປີ ທີ່ຜ່ານມາ, ມີຫລາກຫລາຍຢ່າງທີ່ປ່ຽນແປງ, ຫລາກຫລາຍຢ່າງທີ່ຜັນປ່ຽນ ແລະ ກໍ່ກຳເນີດຂື້ນມາໃຫມ່; ບໍ່ວ່າຈະເປັນວິວັດທະນາການກິດຈະກຳການທ່ອງທ່ຽວ, ການພັດທະນາຜະລິດຕະພັນຊາວບ້ານສູ່ສາກົນ, ແລະ ລວມໄປເຖິງການພັດທະນາເລື່ອງອາຫານການກີນພື້ນບ້ານສູ່ຕະຫລາດການທ່ອງທ່ຽວ.
______________________________________________
ພວກເຮົາອີ່ຮູ້ຢາກເປັນສ່ວນຫນື່ງຂອງຊາວຫຼວງພະບາງໃນການນຳສະເໜີອາຫານການກີນທີ່ເປັນເອກະລັກຂອງຫຼວງພະບາງໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ຊີມລົດຊາດ, ບໍ່ວ່າຈະເປັນ, ຕຳສົ້ມຫຼວງພະບາງ, ໄສ້ອົ່ວ, ໄຄແຜ່ນ, ເອາະຫຼາມ ແລະ ແຈ່ວບອງ ທີ່ມັນຂື້ນຊື່ ແລະ ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວ.
______________________________________________
ນອກຈາກອາຫານການກີນແລ້ວ, ສິ່ງຫນື່ງທີ່ພວກເຮົາຄິດວ່າຄວນແນະນຳ ແລະ ສະເຫນີໃຫ້ກັບຜູ້ທີ່ມາຍ້ຽມເຍືອນຄື ຫຼວງພະບາງເບຍທີ່ບົ່ງບອກຄວາມເປັນຫຼວງພະບາງ ແລະ ເປັນສີ່ງດຽວທີ່ມີສະເພາະພາຍໃນຫຼວງພະບາງ.
______________________________________________
#ອີ່ຮູ້
#ໂລະລາດຫຼວງພະບາງ
#ບຸນຫໍ່ເຂົ້າປະດັບດິນ

ມື້ນີ້ອີຮູ້ຈະພາທຸກຄົນມາຮູ້ຈັກກັບວິທີການເຮັດ "ເຂົ້າໜົມບ້າບິ່ນ" ເຊິ່ງເປັນເຂົ້າໜົມພື້ນເມືອງຂອງຫຼວງພະບາງ ທີ່ໄດ້ຮັບຄວາມສົນໃຈຢ...
11/08/2022

ມື້ນີ້ອີຮູ້ຈະພາທຸກຄົນມາຮູ້ຈັກກັບວິທີການເຮັດ "ເຂົ້າໜົມບ້າບິ່ນ" ເຊິ່ງເປັນເຂົ້າໜົມພື້ນເມືອງຂອງຫຼວງພະບາງ ທີ່ໄດ້ຮັບຄວາມສົນໃຈຢ່າງລົ່ນຫລາຍຈາກນັກທ່ອງທ່ຽວ
_______________________________________

ເຂົ້າໜົມບ້າບິ່ນແມ່ເຖົ້າຜູ ເພັງສະຫວັດ ຕັ້ງຢູ່ໜ້າວັດສົບ ເປັນຮ້ານທີ່ເຮັດເຂົ້າໜົມບ້າບິ່ນມາໄດ້ຫຼາຍກວ່າ50ປີ, ເຊິ່ງຂັ້ນຕອນການເຮັດແມ່ນຕາມວິຖີພື້ນເມືອງຊາວຫລວງພະບາງຄື ນຳໃຊ້ເປືອກໝາກພ້າວແຫ້ງ ເປັນເຊື້ອໄຟ ເນື່ອງຈາກຈະເຮັດໃຫ້ລະດັບຄວາມຮ້ອນຢູ່ໃນຂັ້ນພໍດີ ບໍ່ຮ້ອນ ຫຼື ເຢັນເກີນໄປ ດັ່ງນັ້ນຈຶ່ງເຮັດໃຫ້ແປ້ງມີຄວາມນຸ້ມ ແລະ ຟູ ພ້ອມມີກິ່ນຫອມ, ສ່ວນປະສົມຫຼັກຂອງເຂົ້າໜົມບ້າບີ່ນກໍ່ມີ, ແປ້ງເຂົ້າ, ນ້ຳຕານ, ນ້ຳກະທິ ແລະ ຫມາກພ້າວຂູດ.
________________________________________
ເຂົ້າໜົມບ້າບິ່ນຖືໄດ້ວ່າເປັນອາຫານພື້ນເມືອງຂອງຫຼວງພະບາງ ທີ່ມີເອກະລັກທີ່ໂດດເດັ່ນ ມີຂັ້ນຕອນການເຮັດທີ່ຕ້ອງໃຊ້ຄວາມອົດທົນສູງ ເພາະຕ້ອງໄດ້ຢູ່ຕໍ່ໜ້າເຕົາທີ່ຮ້ອນແລະໃຊ້ເວລາຫຼາຍຊົ່ວໂມງ ສະນັ້ນຢາກໃຫ້ຄົນຮຸ່ນໃຫ່ມໄດ້ມີການສຶກສາ ແລະ ພ້ອມກັນອານຸລັກຮັກສາໄວ້ຕະຫຼອດໄປ.
________________________________________
ຖ້າທ່ານຕ້ອງການສຳພັດກັບລົດຊາດແບບດັ້ງເດີມກໍ່ສາມາດມາຊີມ ແລະ ທ່ຽວຊົມໄດ້ ທີ່ນະຄອນຫຼວງພະບາງ.
#ອີ່ຮູ້
#ອີ່ຮູ້ພາທ່ຽວ
#ໄປໃສ

Sao Sinh - Traditional Lao Clothing Rental  (ຮ້ານ ເຊົ່າສີ້ນ) ຕັ້ງຢູ່ບ້ານວັດແສນ ກົງກັນຂ້າມກັບໂຮງຮຽນອານຸບານ ຫລວງພະບາງ, ເປັ...
05/08/2022

Sao Sinh - Traditional Lao Clothing Rental (ຮ້ານ ເຊົ່າສີ້ນ) ຕັ້ງຢູ່ບ້ານວັດແສນ ກົງກັນຂ້າມກັບໂຮງຮຽນອານຸບານ ຫລວງພະບາງ, ເປັນຮ້ານຫນື່ງທີ່ແຕກຕ່າງ ແລະ ໂດດເດັ່ນໃນຂົງເຂດນັ້ນ, ໂດຍການຕົບແຕ່ງຮ້ານທີ່ມີຄວາມເປັນເອກະລັກ,​ ເຊີ່ງຮ້ານຂອງເພີ່ນໃຫ້ບໍລີການເຊົ່າຊຸດຊົນເຜົ່າຕ່າງໆໃນປະເທດລາວເຊັ່ນວ່າ: ຊຸດຊົນເຜົ່າ, ສີ້ນ, ເສື້ອ, ແພບ່ຽງ ເຄື່ອງປະດັບແລະ ອື່ນໆ, ເຊີ່ງມີທັງຍີງ-ຊາຍ ລວມເຖິງເດັກນ້ອຍໃຫ້ນັກທ່ອງທ່ຽວສາມາດເລືອກເຊົ່າໄດ້ຕາມຄວາມຕ້ອງການ ແລະ ສີ່ງທີ່ສຳຄັນທີ່ສຸດຄືທຸກຊຸດກ່ອນທີ່ຈະໃຫ້ເຊົ່າໃຊ້ແມ່ນໄດ້ມີການທຳຄວາມສະອາດດີມາເປັນທີ່ຮຽບຮ້ອຍ.​
______________________________________________
ມາສ້າງຄວາມຊົງຈຳທີ່ດີກັບການເຊົ່າຊຸດຊົນເຜົ່າຂອງລາວທີ່ດີ ແລະ ມີຄຸນນະພາບກັບຮ້ານ Sao Sinh
______________________________________________
ພວກເຮົາຂໍຂອບໃຈທີ່ໃຫ້ທີມງານຂອງພວກເຮົາໄດ້ໃສ່ໃນການຖ່າຍທຳອີ່ຮູ້ເທບພີເສດ ກັບທີມ ReeRiew ຫລີລຽວ ທ່ຽວລາວ .
#ອີ່ຮູ້
#ອີ່ຮູ້ພາທ່ຽວ

#ໄປໃສ

ກ່ອນອື່ນຫມົດພວກເຮົາທີມງານອີ່ຮູ້ທຸກຄົນຂໍຖືໂອກາດນີ້ຂອບໃຈ ReeRiew ຫລີລຽວ ທ່ຽວລາວ  ແລະ ທີມງານທີ່ຕອບຮັບຄຳເຊີນຈາກອີ່ຮູ້ ເພື່ອມ...
26/07/2022

ກ່ອນອື່ນຫມົດພວກເຮົາທີມງານອີ່ຮູ້ທຸກຄົນຂໍຖືໂອກາດນີ້ຂອບໃຈ ReeRiew ຫລີລຽວ ທ່ຽວລາວ ແລະ ທີມງານທີ່ຕອບຮັບຄຳເຊີນຈາກອີ່ຮູ້ ເພື່ອມາຖ່າຍລາຍການ, ແລະ ເທບນີ້ເປັນເທບພິເສດທີ່ສຸດທີ່ອີ່ຮູ້ໄດ້ຈັດໃຫ້ Reeriew, ເຊີ່ງທີມງານພວກເຮົາພະຍາຍາມເຕັມທີ່ກັບການຈັດກິດຈະກຳການທ່ອງທ່ຽວ ແລະ ຖ່າຍເທບນີ້ໃຫ້ອອກມາດີທີ່ສຸດ ແລະ ບໍ່ຄືໃຜ.​
______________________________________________
ເຊີ່ງໃນນັ້ນພວກເຮົາຍັງໄດ້ຮັບການສະຫນັບສະຫນູນຈາກຮ້ານ Sao Sinh - Traditional Lao Clothing Rental ທີ່ຈັດຊຸດລາວເດີມທີ່ສວຍງາມໃຫ້ກັບ Reeriew ແລະ ພີທີກອນຂອງພວກເຮົາໄດ້ໃສ່ເພືອເປີດລາຍການ,​ ເດີນແບບໃນເສັ້ນທາງກາງເມືອງ, ແລະ ໃສ່ໄຫ້ວພຣະໃນວັດຊຽງທອງ.
______________________________________________
Highlight ຂອງເທບນີ້ນອກຈາກການເດີນແບບໃນເສັ້ນທາງກາງເມືອງແລ້ວກໍຄືການພາ Reeriew ໄປດຳນາຊ່ວຍ ຮ່າຮ່າຮ່າ (ບໍ່ແມ່ນ) ຄືທີມງານພວກເຮົາພາ Reeriew ມາຮຽນຮູ້ການເຮັດໄຮ່ໄຖນາແບບດັງເດີມ, ເຊີງພວກເຮົາເຊື່ອວ່າ Reeriew ຍັງບໍ່ເຄີຍມີປະສົບການແບບນີ້ມາກ່ອນ ແລະ ຍັງເຊື່ອວ່າຄົນຮຸ່ນໃຫ່ມຫລາຍໆຄົນຄົງຍັງບໍ່ໄດ້ສຳພັດກັບບັນຍາກາດແບບນີ້ເທື່ອ.
​______________________________________________
ກິດຈະກຳເຮັດນາປູກເຂົ້າທີ່ Living Land Farm, ເປັນກິດຈະກຳຫນື່ງທີ່ຖືກຖ່າຍທອດສູ່ຊາວຕາເວັນຕົກເປັນສ່ວນໃຫຍ່ເພື່ອໃຫ້ເຂົາໄດ້ຮຽນຮູ້ ແລະ ເຂົ້າໃຈເຖີງວີຖີການດຳລົງຊີວີດຂອງຄົນລາວໃນເມື່ອກ່ອນ. ພາຍຫລັງພະຍາດໂຄວີດໄດ້ແຜລະບາດ Farm ແຫ່ງນີ້ກໍໄດ້ຮັບຜົນກະທົບເຊັ່ນດຽວກັບແຫຼ່ງທ່ອງທ່ຽວອື່ນໆ, ນະຕອນນີ້ Farm ແຫ່ງນີ້ໄດ້ກັບມາຟື້ນຟູ ແລະ ກຽມທີ່ຈະເປີດອີກຄັ້ງເພື່ອຮອງຮັບກິດຈະກຳການທ່ອງທ່ຽວພາຍໃນແຂວງຫຼວງພະບາງ. Farm ຂອງເພີ່ນຕັ້ງຢູ່ບ້ານປົ່ງຫວ້ານຫ່າງຈາກຕົວເມືອງພຽງ 7 ກີໂລໄປທາງຕາດກວາງຊີ.
______________________________________________
ພວກເຮົາອີ່ຮູ້ ຢາກໃຫ້ໄວຫນຸ່ມລາວໄດ້ມາລອງຮຽນຮູ້ຄວາມເປັນໄປເປັນມາຂອງການເຮັດນາເບີ່ງວ່າກ່ອນທີ່ພວກເຮົາຈະໄດ້ເຂົ້າມາບໍລີໂພກມັນບໍ່ງາຍ ແລະ ບໍ່ໄດ້ລຳບາກເກີນຄວາມພະຍາຍາມຂອງຄົນເຮົາ.
#ອີ່ຮູ້

#ອີ່ຮູ້ພາທ່ຽວ




ອີ່ຮູ້ X ນ້ອງນີດ Nith Fleur X ຜາປະຕູ___________________________________________________________  #ອີ່ຮູ້  #ອີ່ຮູ້ພາທ່ຽວ ...
23/07/2022

ອີ່ຮູ້ X ນ້ອງນີດ Nith Fleur X ຜາປະຕູ
___________________________________________________________
#ອີ່ຮູ້
#ອີ່ຮູ້ພາທ່ຽວ

#ໄປໃສ

ພວກເຮົາທີມງານ ອີ່ຮູ້ທຸກຄົນຂໍຖືໂອກາດມານະທີນີ້ເພື່ອຂໍຂອບໃຈຮ້ານຄິວຄິວບາຣ QQ Restaurant and Bar ຫຼວງພະບາງ ຫລວງພະບາງທີ່ຮ່ວມເປ...
21/07/2022

ພວກເຮົາທີມງານ ອີ່ຮູ້ທຸກຄົນຂໍຖືໂອກາດມານະທີນີ້ເພື່ອຂໍຂອບໃຈຮ້ານຄິວຄິວບາຣ QQ Restaurant and Bar ຫຼວງພະບາງ ຫລວງພະບາງທີ່ຮ່ວມເປັນຜູ້ສະໜັບສະໜູນຖ່າຍທຳ ອີ່ຮູ້ ເທບ ພາ ReeRiew ຫລີລຽວ ທ່ຽວລາວ ທ່ຽວຫລວງພະບາງແບບ unseen ອີກເທບຫນື່ງ.
______________________________________________
ຮ້ານຄິວຄິວບາຣ QQ Restaurant and Bar ຫຼວງພະບາງ , ເປັນຮ້ານອາຫານ ແລະ ບຣາ ແຫ່ງຫນື່ງໃນຕົວເມືອງຫລວງພະບາງທີ່ມີຄວາມເປັນເອກະລັກທາງດ້ານອາຫານ, ອາຫານລາວ, ອາຫານໄທ, ແລະ ອາຫານຈີນມີໄວ້ໃນທີ່ດຽວ, ພ້ອມກັນນັ້ນທາງຮ້ານຍັງມີວົງດົນຕີມ່ວນໆ ແລະ ເປັນທີ່ຮູ້ຈັກຂອງທຸກຄົນນັ້ນກໍຄືວົງ Felicia ທີ່ຈະມາໃຫ້ຄວາມມ່ວນຊື່ນທຸກມື້.
______________________________________________
ຮ້ານຄິວຄິວບາຣ QQ Restaurant and Bar ຫຼວງພະບາງ ຕັ້ງຢູ່ບ້ານນາຊາງ, ເສັ້ນທາງຕະຫຼາດໂພສີ, ເມືອງຫລວງພະບາງ, ເຊີ່ງມີສະຖານທີ່ກວ້າງຂວາງສາມາດຮອງຮັບການຈັດງານລ້ຽງ, ງານສ້າງສັນຕ່າງໆມີທັງ Outdoor ແລະ Indoor.
______________________________________________
ພີເສດຂໍຂອບໃຈອ້າຍຊ້າງXang Vithayar ທີ່ຊ່ວຍປະສານງານໃຫ້ກັບພວກເຮົາອີ່ຮູ້.
______________________________________________
ໃຜທີ່ເປັນແຟນຄຮັບ Felicia ບອກໄດ້ຄຳດຽວວ່າຫ້າມພາດ.
#ອີ່ຮູ້
#ຫລີ່ລຽວ
#ອີ່ຮູ້ພາທ່ຽວ
#ໄປໃສ





Address

Old Bridge
Luang Prabang
0070

Telephone

+8562055606299

Website

Alerts

Be the first to know and let us send you an email when ອີ່ຮູ້ E-Hou posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ອີ່ຮູ້ E-Hou:

Share