Green Asia Travel Co., Ltd

Call Directions Website Contact the business

Green Asia Travel Co., Ltd Green Asia Travel Co., Ltd. specializes in organizing group travel and package tours both within Laos and internationally.

Green Asia Travel Co., Ltd is organizing group travel and package tour both in Laos and overseas.

22/10/2026

ຈົ່ງຈື່ໄວ້ສະເໝີວ່າ ຄົນເກັ່ງອາດຈະເອົາຊະນະ…
“ດ້ວຍຄວາມສາມາດ”
ແຕ່ຄົນທີ່ບໍ່ຍອມແພ້ ຈະສ້າງຄວາມສຳເລັດ…
“ດ້ວຍຄວາມພະຍາຍາມ”

ທົວ ຊຽງໃໝ່ ຊຽງຣາຍ ແມ່ກຳປອງ ຂອນແກ່ນ ພິດສະນຸໂລກ ເຂົາຄໍ້ 6 ວັນ 5 ຄືນ ກຳລັງເລັ່ງໃຫ້ເຕັມບັສ ໃນໄວໆ ນີເດີ !!! ຍັງ 6 ທີ່ນັ່ງສຸດທ...
21/10/2026

ທົວ ຊຽງໃໝ່ ຊຽງຣາຍ ແມ່ກຳປອງ ຂອນແກ່ນ ພິດສະນຸໂລກ ເຂົາຄໍ້ 6 ວັນ 5 ຄືນ ກຳລັງເລັ່ງໃຫ້ເຕັມບັສ ໃນໄວໆ ນີເດີ !!!
ຍັງ 6 ທີ່ນັ່ງສຸດທ້າຍ … ເຕັມແລ້ວ ເຕັມເລີຍ 😁

20/10/2026

🔥 ໂປຣ ໂປຣ ... ໜາວນີ້ທີ່ ບານາຮິວ 🔥
------------------------------------
🔥ທ່ຽວ ເມືອງເວ້ ດາໜັງ-ຮອຍອັນ 4 ມື້ 3 ຄືນ !
- ຈ່າຍພຽງ 4,990,000 ກີບ - ລວມທຸກຢ່າງ !
- ອອກເດີນທາງ ທີ 03-06/12/2026
------------------------------------
🔥 ທົວນີ້ລວມທຸກຢ່າງແລ້ວເດີ 🔥
------------------------------------
🚌 ລົດທົວ 45 ທີ່ນັ່ງ ພ້ອມ ຄາລາໂອເກະ
🏨 ໂຮງແຮມ ລະດັບ 3 (ໄກ້ໂຊນບັນເທີງ)
📍 ລວມສະຖານທີ່ທ່ຽວຊື່ດັງທັງໝົດ
------------------------------------
✨ ເຊັກອິນຄົບທຸກບ່ອນຮັອດຮິດ:
🎡 ບານ່າຮິວ - BANA HILLS -
🏨 ເມືອງມໍລະດົກໂລກຮອຍອັນ
🌉 ສະພານມັງກອນ ພົ່ນນໍ້າ-ພົ່ນໄຟ
🚤 ລ່ອງເຮືອກະດົ້ງ ລາຍການຮອດຮິດ
🏖️ ຫຼິ້ນນ້ຳທະເລຊິວໆ
🙏 ວັດເຈົ້າແມ່ກວນອິມ
🪨 ໝູ່ບ້ານສະຫຼັກຫິນອ່ອນ
🌊 Son Tra Marina ຄາເຟ່ຮິມທະເລສຸດຮິດ
🏨 ພະລາດຊະວັງົດໂນຍ
📍 ຊອບປິງ ທີ່ ຕະຫຼາດດົງບາ ເມືອງເວ້
------------------------------------
💸 ລາຄານີ້ "ຈ່າຍຄົບຈົບໃນທົວ"
------------------------------------
📩 ສົນໃຈທັກມາເດີ !
- ບໍລິສັດທ່ອງທ່ຽວ ກຣີນເອເຊຍ ຈຳກັດ -
📞 Mobile: 020-22271115
🔥 Hotline: 020-22268887
📱 Line: greenasiatravel
📲 WhatsApp: 020-22268887

19/10/2026

ທົວ ຊຽງໃໝ່ ຊຽງຣາຍ ແມ່ກຳປອງ ເຂົາຄໍ້ ພິດສະນຸໂລກ ຂອນແກ່ນ 6 ວັນ 5 ຄືນ ໄປຄັ້ງດຽວທ່ຽວໄດ້ 6 ຈັງຫວັດ ລາຄາ 16,800 ບາດ ລວມທຸກຢ່າງ ທີ 21-26/11/2026 ... ຍັງວ່າງ ພຽງ 4 ທີ່ນັ່ງ ສຸດທ້າຍ ແລ້ວ !

17/10/2026

🚌 ທ່ຽວ ກຸງເທບ-ພູເກັດ 5 ວັນ 4 ຄືນ 🔆
🔥 : ລາຄາ ທ່ານລະ 24,500 ບາດ ( ລວມທຸກຢ່າງ ) 🔥
🚌 ກຸບສ່ວນຕົວ 8 ທ່ານ ກໍ່ອອກເດີນທາງໄດ້ 🔥
-----------------------------------------
⚠ : ຮັບ-ສົ່ງ ເມືອງປາກເຊ.. ເປີດໃຫ້ຈອງແລ້ວເດີ ພີ່ນ້ອງ !
-----------------------------------------
📍ທ່ຽວ ຊົມເຂົາຣັງ ຊົມວິວເມືອງພູເກັບແບບ 360 ອົງສາ
📍ທ່ຽວ ຊົມເມືອງເກົ່າ ຊິໂນໂປຼຕູກິສ ຈຸດເຊັກອິນງາມໆ
📍ທ່ຽວ ຊົມວິວ ແລະ ຕາເວັນຕົກດິນທີ່ແຫຼມພົມມະເທບ
📍ທ່ຽວ ຂີ່ເຮືອສະປີດໂບ໋ດໄປເກາະພີພີ ດຳນໍ້າຊົມປະກາລັງ
📍ທ່ຽວ ຫຼິ້ນນໍ້າທີ່ຊາຍຫາດ ອ່າວມາຢ໋າ ເປັນ ໄຮ້ໄລ້ຂອງທົວ
📍ທ່ຽວ ຊົມອ່າວລີງ ຫຼິ້ນນໍ້າທີ່ຊາຍຫາດຂອງເກາະໄຂ່ນອກ
📍ທ່ຽວ ຊົມວັດພະໃຫຍ່, ແວ່ຊັອບປິງຮ້ານຂາຍຂອງຝາກ
📍ທ່ຽວ ລ່ອງເຮືອແມ່ນໍ້າເຈົ້າພະຍາ (ອາຫານຄ່ຳເທີງເຮືອ)
📍ທ່ຽວ ຍ່າງທ່ຽວຊົມຖະໜົນກາງຄືນທີ່ຫາດປ່າຕອງ
⚠ ພິເສດສຸດ !
🔘 ຮັບປະທານອາຫານຄ່ຳເທີງເຮືອລ່ອງແມ່ນ້ຳເຈົ້າພະຍາ
⚠ ພິເສດສຸດ !
🔘ບຸບເຟ່່ທະເລສົດ ຮ້ານອາຫານໂຄດທະເລ
⚠ ພິເສດສຸດ !
🔘 ບຸບເຟ່ນາໆ ຊາດ ພ້ອມຊົມໂຊພູເກັດແຟນຕາຊີ
-----------------------------------------
⚠ ໝາຍບອກ !!!
⚠ ຈ່າຍຄັ້ງດຽວ ລວມຄົບ ຈົບໃນທົວ !!! 🔆
-----------------------------------------
🔘 ລາຄານີ້ລວມທຸກຢ່າງ :
ໂຮງແຮມ, ອາຫານທຸກຄາບ, ລົດນໍາທ່ຽວ,
ປີ້ຍົນບິນ ໄປ-ກັບ ກຸງເທບ-ພູເກັດ
ປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວ ຄ່າເຮືອສະປີດໂບ໋ດ
ຄ່າໄກ້ນໍາທ່ຽວ ລາວ-ໄທ ແລະ ກິດຈະກຳອື່ນໆ
ນໍ້າດື່ມ-ຜ້າເຢັນ, ຄ່າເອກະສານດ່ານ ລາວ-ໄທ
-----------------------------------------
💢 : ບໍລິສັດທ່ອງທ່ຽວ ກຣີນເອເຊຍ ຈຳກັດ.
🔘 : ສອບຖາມລາຍລະອຽດເພີ່ມຕື່ມທີ່.
☎ : MB Phone: 020-22271115
☎ : Hotline : 020-22268887
💬 : Line: greenasiatravel
💬 : Whap: 020-22268887
📧 : Email : [email protected]

📢 ໜາວນີ້ ໄປແອ່ວ ຊຽງໃໝ່-ຊຽງຣາຍ-ເຂົາຄໍ້-ແມ່ກຳປອງ  🔴 ທ່ຽວ ພິດສະນຸໂລກ-ຊຽງໃໝ່-ຊຽງຣາຍກ 6 ວັນ 5 ຄືນ  🔴 TRIP: CHIANG MAI - CHIAN...
16/10/2026

📢 ໜາວນີ້ ໄປແອ່ວ ຊຽງໃໝ່-ຊຽງຣາຍ-ເຂົາຄໍ້-ແມ່ກຳປອງ
🔴 ທ່ຽວ ພິດສະນຸໂລກ-ຊຽງໃໝ່-ຊຽງຣາຍກ 6 ວັນ 5 ຄືນ
🔴 TRIP: CHIANG MAI - CHIANG RAI " 6D-5N "
🚌 : ເດີນທາງ 21-26/11/2026 ເປີດໃຫ້ຈອງແລ້ວ !
🔆 : ພຽງທ່ານລະ 16,800 ບາດ ລວມທຸກຢ່າງ !
🔆 : ຮັບ-ສົ່ງ ເມືອງປາກເຊ.. ເປີດໃຫ້ຈອງແລ້ວເດີ ພີ່ນ້ອງ !
- - - - - - - - - - - - - - - - - - - - - - - - - - - - - - -
🔴 ໄຮໄລ້ສະຖານທີ່ທ່ອງທ່ຽວເດັດໆ “HIGHLIGHTS”
📍ທ່ຽວ ກາບໄຫວ້ ພະພຸດທະຊິນນະຣາດ ທີ່ ພິດສະນຸໂລກ
📍ທ່ຽວ ກາບໄຫວ້ ພະທາດດອຍສຸເທບ (ເພື່ອເປັນສິລິມຸງຄຸນ)
📍ທ່ຽວ ຊົມ ຊັອບປິງ ປະຕູສູ່ທ່າແພ ເມືອງເກົ່າຊຽງໃໝ່
📍ທ່ຽວ ຊົມ ອຸດທະຍານແຫ່ງຊາດ ດອຍອິນທະນົນ
📍ທ່ຽວ ກາບໄຫວ້ ວັດລ່ອງຂຸ່ນ (ວັດສີຂາວ ສັນຍາລັກຊຽງຣາຍ)
📍ທ່ຽວ ຊົມ ສວນຊາຊຸ່ຍຟົງ ພ້ອມເກັບພາບການເກັບຊາງາມໆ
📍ທ່ຽວ ຊົມ ໄຮ່ສິງ ຫຼື ສິງປ໋າກ " SINGHA PARK "
📍ທ່ຽວ ຊົມ ສວນດອກໄມ້ ຟຼາເວີກາເດັນເຂົາຄໍ້
📍ທ່ຽວ ຊົມ ວັດພະທາດຜາຊ້ອນແກ້ວ
📍ທ່ຽວ ຊົມ ແລະ ເຊັກອິນທີ່ຄ່າເຟພີໂນ່ລາເຕ້ (ວິວທະເລໝອກ)
📍ທ່ຽວ ຊັອບປິງ ຫ້າງເຊັນທຣັນຂອນແກ່ນ ໃຫ້ເຕັມທີ່
📍ທ່ຽວ ຊັອບປິງ ຫ້າງແມັກໂຄຣອຸບົນ ໃຫ້ເຕັມທີ່
📍ທ່ຽວ ຊົມ ຊັອບປິງ ຖະໜົນຄົນເດີນນິມມານ-ຕະຫຼາດຄ່ຳ
- - - - - - - - - - - - - - - - - - - - - - - - - - - - - - -
⚠ ພິເສດສຸດ !!!
💢 ບຸບເຟຊາບູ ກິນບໍ່ອັ້ນ "Shabu Buffet"
ທີ່ພັກ ໂຮງແຮມລະດັບ 3 ດາວ "ໄກ້ຕະຫຼາດຄ່ຳ"
- - - - - - - - - - - - - - - - - - - -- - - - - - - - - - - -
🔴 ລາຄານີ້ລວມທຸກຢ່າງ :
ໂຮງແຮມ ອາຫານທຸກຄາບ ລົດນໍາທ່ຽວ ປີ້ເຂົ້າຊົມແຫຼ່ງທ່ອງທ່ຽວ
ໄກ້ນໍາທ່ຽວ ແລະ ກິດຈະກຳອື່ນໆ ນໍ້າດື່ມ-ຜ້າເຢັນ
ຄ່າເອກະສານດ່ານ ລາວ-ຫວຽດນາມ (ເຂົ້າ-ອອກ ເມືອງ)
- - - - - - - - - - - - - - - - - - - -- - - - - - - - - - - -
⚠ ໝາຍບອກ !!!
ຈ່າຍຄັ້ງດຽວ ລວມຄົບ ຈົບໃນທົວ !!!
- - - - - - - - - - - - - - - - - - - -- - - - - - - - - - - -
💢 : ບໍລິສັດທ່ອງທ່ຽວ ກຣີນເອເຊຍ ຈຳກັດ.
🔘 : ສອບຖາມລາຍລະອຽດເພີ່ມຕື່ມທີ່.
☎ : Hotline : 020-22268887
💬 : Line: greenasiatravel
💬 : Whap: 020-22268887
📧 : Email : [email protected]

16/10/2026

📢 ໜາວນີ້ ໄປແອ່ວ ຊຽງໃໝ່-ຊຽງຣາຍ-ເຂົາຄໍ້-ແມ່ກຳປອງ
🔴 ທ່ຽວ ພິດສະນຸໂລກ-ຊຽງໃໝ່-ຊຽງຣາຍກ 6 ວັນ 5 ຄືນ
🔴 TRIP: CHIANG MAI - CHIANG RAI " 6D-5N "
🚌 : ເດີນທາງ 21-26/11/2026 ເປີດໃຫ້ຈອງແລ້ວ !
🔆 : ພຽງທ່ານລະ 16,800 ບາດ ລວມທຸກຢ່າງ !
🔆 : ຮັບ-ສົ່ງ ເມືອງປາກເຊ.. ເປີດໃຫ້ຈອງແລ້ວເດີ ພີ່ນ້ອງ !
- - - - - - - - - - - - - - - - - - - - - - - - - - - - - - -
🔴 ໄຮໄລ້ສະຖານທີ່ທ່ອງທ່ຽວເດັດໆ “HIGHLIGHTS”
📍ທ່ຽວ ກາບໄຫວ້ ພະພຸດທະຊິນນະຣາດ ທີ່ ພິດສະນຸໂລກ
📍ທ່ຽວ ກາບໄຫວ້ ພະທາດດອຍສຸເທບ (ເພື່ອເປັນສິລິມຸງຄຸນ)
📍ທ່ຽວ ຊົມ ຊັອບປິງ ປະຕູສູ່ທ່າແພ ເມືອງເກົ່າຊຽງໃໝ່
📍ທ່ຽວ ຊົມ ອຸດທະຍານແຫ່ງຊາດ ດອຍອິນທະນົນ
📍ທ່ຽວ ກາບໄຫວ້ ວັດລ່ອງຂຸ່ນ (ວັດສີຂາວ ສັນຍາລັກຊຽງຣາຍ)
📍ທ່ຽວ ຊົມ ສວນຊາຊຸ່ຍຟົງ ພ້ອມເກັບພາບການເກັບຊາງາມໆ
📍ທ່ຽວ ຊົມ ໄຮ່ສິງ ຫຼື ສິງປ໋າກ " SINGHA PARK "
📍ທ່ຽວ ຊົມ ສວນດອກໄມ້ ຟຼາເວີກາເດັນເຂົາຄໍ້
📍ທ່ຽວ ຊົມ ວັດພະທາດຜາຊ້ອນແກ້ວ
📍ທ່ຽວ ຊົມ ແລະ ເຊັກອິນທີ່ຄ່າເຟພີໂນ່ລາເຕ້ (ວິວທະເລໝອກ)
📍ທ່ຽວ ຊັອບປິງ ຫ້າງເຊັນທຣັນຂອນແກ່ນ ໃຫ້ເຕັມທີ່
📍ທ່ຽວ ຊັອບປິງ ຫ້າງແມັກໂຄຣອຸບົນ ໃຫ້ເຕັມທີ່
📍ທ່ຽວ ຊົມ ຊັອບປິງ ຖະໜົນຄົນເດີນນິມມານ-ຕະຫຼາດຄ່ຳ
- - - - - - - - - - - - - - - - - - - - - - - - - - - - - - -
⚠ ພິເສດສຸດ !!!
💢 ບຸບເຟຊາບູ ກິນບໍ່ອັ້ນ "Shabu Buffet"
ທີ່ພັກ ໂຮງແຮມລະດັບ 3 ດາວ "ໄກ້ຕະຫຼາດຄ່ຳ"
- - - - - - - - - - - - - - - - - - - -- - - - - - - - - - - -
🔴 ລາຄານີ້ລວມທຸກຢ່າງ :
ໂຮງແຮມ ອາຫານທຸກຄາບ ລົດນໍາທ່ຽວ ປີ້ເຂົ້າຊົມແຫຼ່ງທ່ອງທ່ຽວ
ໄກ້ນໍາທ່ຽວ ແລະ ກິດຈະກຳອື່ນໆ ນໍ້າດື່ມ-ຜ້າເຢັນ
ຄ່າເອກະສານດ່ານ ລາວ-ຫວຽດນາມ (ເຂົ້າ-ອອກ ເມືອງ)
- - - - - - - - - - - - - - - - - - - -- - - - - - - - - - - -
⚠ ໝາຍບອກ !!!
ຈ່າຍຄັ້ງດຽວ ລວມຄົບ ຈົບໃນທົວ !!!
- - - - - - - - - - - - - - - - - - - -- - - - - - - - - - - -
💢 : ບໍລິສັດທ່ອງທ່ຽວ ກຣີນເອເຊຍ ຈຳກັດ.
🔘 : ສອບຖາມລາຍລະອຽດເພີ່ມຕື່ມທີ່.
☎ : Hotline : 020-22268887
💬 : Line: greenasiatravel
💬 : Whap: 020-22268887
📧 : Email : [email protected]

16/10/2026

✨ ທ່ຽວ ຣາດຊະອານາຈັກ ກຳປູເຈຍ l Cambodia Kingdom l
🚌 ທ່ຽວ ນະຄອນອັງກໍວັດ 7 ສິ່ງມະຫັດສະຈັນຂອງໂລກ💢
🚌 ເດີນທາງ 10-13/12/2026 ຈຳນວນ 4 ວັນ 3 ຄືນ💢
💢 ພຽງທ່ານລະ 350 USD ລວມທຸກຢ່າງ 💢
💢 ຮັບ-ສົ່ງ ເມືອງປາກເຊ 💢
------------------------------------
✔️ທ່ຽວ ນະຄອນອັງກໍວັດ (Angkor Wat)
✔️ທ່ຽວ ນະຄອນອັງກໍທົມ (Angkor Thom)
✔️ທ່ຽວ ພະລາດຊະວັງເຄ່ມມະຣິນ (Khemarin Palace)
✔️ຊອບປິ້ງຕະຫຼາດຂາຍປາແຫ້ງ I ນະຄອນສຽມຣຽບ I
✔️ທ່ຽວ ຕະຫຼາດຄໍ່າສຽມຣຽບ (Seim Reap Night Market)
✔️ຊົມ ຄຸກຕູສະແລ່ງ I ຄຸກຂັງນັກໂທດຂະເໝນແດງ I
✔️ຊົມ ອານຸສາວະລີເອກະລາດ ຖ່າຍຮູບລວມ
✔️ຊອບປິ້ງ ຫ້າງຊັບພະສິນຄ້າອີອ້ອນ I Supper Market I
✔️ຊອບປິ້ງ ຕະຫຼາດຊ່າທະເມີ່ຍ I Phnompen I
✔️ພິເສດບຸບເຟ່ນາໆ ຊາດ ພ້ອມຊົມໂຊ I Apsara Show I
------------------------------------
⚠️ ພິເສດສຸດ !!!
⚠️ ບຸບເຟ່ ນາໆ ຊາດ+ຊົມໂຊລະບຳຂະແມ " Apsara Show"🔆
------------------------------------
⚠️ ໝາຍບອກ !!!
⚠️ ຈ່າຍຄັ້ງດຽວ ລວມຄົບ ຈົບໃນທົວ !!!
------------------------------------------
🔘 ລາຄານີ້ລວມທຸກຢ່າງ :
ໂຮງແຮມ, ອາຫານທຸກຄາບ, ລົດນໍາທ່ຽວ, ປີ້ເຂົ້າຊົມແຫຼ່ງທ່ອງທ່ຽວ
ໄກ້ນໍາທ່ຽວ ແລະ ກິດຈະກຳອື່ນໆ ນໍ້າດື່ມ-ຜ້າເຢັນ
⚠️ ຄ່າເອກະສານດ່ານ ລາວ-ກຳປູເຈຍ
------------------------------------
💢 : ບໍລິສັດທ່ອງທ່ຽວ ກຣີນເອເຊຍ ຈຳກັດ.
🔘 : ສອບຖາມລາຍລະອຽດເພີ່ມຕື່ມທີ່.
☎️ : MB Phone: 020-22271115
☎️ : Hotline : 020-22268887
💬 : Line: greenasiatravel
💬 : Whap: 020-22268887
📧 : Email : [email protected]

🚌 ມະຫັດສະຈັນ ເກາະຝູກັວກ 5 ວັນ 4 ຄືນ 🔆🔥 : ລາຄາໂປຣ ... ທ່ານລະ 780 USD (ໂດຍ ລົດ+ຍົນ )🔥🚌 ເດີນທາງ ທີ 23-27/12/2026 ເດີ ທຸກທ່າ...
15/10/2026

🚌 ມະຫັດສະຈັນ ເກາະຝູກັວກ 5 ວັນ 4 ຄືນ 🔆
🔥 : ລາຄາໂປຣ ... ທ່ານລະ 780 USD (ໂດຍ ລົດ+ຍົນ )🔥
🚌 ເດີນທາງ ທີ 23-27/12/2026 ເດີ ທຸກທ່ານ 🚌
----------------------------------------------------
⚠️ : ຮັບ-ສົ່ງ ເມືອງປາກເຊ.. ເປີດໃຫ້ຈອງແລ້ວເດີ ! 🔆
----------------------------------------------------
🔴 ໄຮໄລ້ສະຖານທີ່ທ່ອງທ່ຽວເດັດໆ “HIGHLIGHTS”
📍ທ່ຽວ ລ່ອງເຮືອແມ່ນ້ຳໄຊງ່ອນ ພ້ອມ ອາຫານຄ່ຳເທິງເຮືອ
📍ທ່ຽວ ຊົມໂບ໋ດຄຣິສ, ໄປສະນີກາງ ໃຫຍ່ທີ່ສຸດໃນຫວຽດນາມ
📍ທ່ຽວ ແລະ ເກັບພາບງາມໆ ທີ່ຊາຍຫາດ SANATO ຝູກັວກ
📍ທ່ຽວ ນັ່ງກະເຊົ້າໄຟຟ້າ ໄປເກາະ Hon Thom ບັນຍາກາດສຸດໆ
📍ທ່ຽວ ມະຫາສວນສະໜຸກ Sun World Hon Thom
📍ທ່ຽວ ລົດໄຟລາງໄມ້, ເຄື່ອງຍົກ Eagle's Eye ຊົມວິວ 360 ອົງສາ
📍ທ່ຽວ ສວນນ້ຳອາຄວາໂທເປຍ Aquatopia Water Park
📍ທ່ຽວ ເກັບພາບງາມໆ ທີ່ Mediterranean Town ໂຊນເຊັກອິນ
📍ທ່ຽວ ຊົມ ສະພານຈູບ ຫຼື Kiss Bridge ເປັນຈຸດໄຮໄລ້
📍ທ່ຽວ ຊົມ Grand World Phu Quoc (Venice ແຫ່ງຫວຽດນາມ)
📍ທ່ຽວ ຊົມ ພິພິຕະພັນສັດນ້ຳ (Vinpearl Sea Shell Aquarium)
📍ທ່ຽວ ຊົມ Vin Wonders Phu Quoc "ສະຖານທີ່ທ່ຽວທີ່ຫ້າມພາດ"
📍ທ່ຽວ ນັ່ງລົດ Open Roof ເພື່ອທ່ຽວຊົມແສງສີນະຄອນໂຮຈີມິນ
📍ທີ່ພັກ ໂຮງແຮມຫຼູ ລະດັບ 4 ດາວ (ທັງ 4 ຄືນ)
----------------------------------------------------
⚠️ ພິເສດສຸດ !!!
⚠️ ມີບຸບເຟທະເລສົດ ແລະ ບຸບເຟ່ນາໆ ຊາດ ທີ່ອະລັງການ🔆
⚠️ BUFFET JOGAE, ຮ້ານອາຫານແກຣນເວີ (Buffet)
----------------------------------------------------
🔴 ລາຄານີ້ລວມທຸກຢ່າງ :
ໂຮງແຮມ, ອາຫານທຸກຄາບ, ລົດນໍາທ່ຽວ, ປີ້ຍົນ, ໄປຝູກັວກ
ປີ້ເຂົ້າຊົມແຫຼ່ງທ່ອງທ່ຽວ, ໄກ້ນໍາທ່ຽວ ແລະ ກິດຈະກຳອື່ນໆ
ນໍ້າດື່ມ-ຜ້າເຢັນ, ຄ່າດ່ານ ລາວ-ກຳປູເຈຍ-ຫວຽດນາມ
----------------------------------------------------
💢 : ບໍລິສັດທ່ອງທ່ຽວ ກຣີນເອເຊຍ ຈຳກັດ.
🔘 : ສອບຖາມລາຍລະອຽດເພີ່ມຕື່ມທີ່.
☎ : Hotline : 020-22268887
💬 : Line: greenasiatravel
💬 : Whap: 020-22268887
💬 : Whap: 020-22271115
📧 : Email : [email protected]

15/10/2026

ຜົນກະທົບຈາກການປັບຂຶ້ນຄ່າເຂົ້າຊົມແຫຼ່ງທ່ອງທ່ຽວໃນ ສປປ ລາວ ຕໍ່ຜູ້ປະກອບການທຸລະກິດນຳທ່ຽວ

ການປັບຂຶ້ນຄ່າເຂົ້າຊົມແຫຼ່ງທ່ອງທ່ຽວໃນ ສປປ ລາວ ໃນອັດຕາທີ່ສູງເຖິງຫຼາຍຮ້ອຍເປີເຊັນ ໂດຍສະເພາະການປັບຂຶ້ນລາຄາຢ່າງກ້າວກະໂດດໃນຄັ້ງດຽວ ຍ່ອມສົ່ງຜົນກະທົບໂດຍກົງຕໍ່ໂຄງສ້າງຕົ້ນທຶນ ແລະ ຄວາມສາມາດໃນການດຳເນີນທຸລະກິດຂອງບໍລິສັດນຳທ່ຽວຢ່າງຫຼີກລ່ຽງບໍ່ໄດ້.

ໃນມຸມມອງທາງເສດຖະສາດ ການເພີ່ມອັດຕາຄ່າເຂົ້າຊົມແຫຼ່ງທ່ອງທ່ຽວ ບໍ່ໄດ້ໝາຍຄວາມວ່າລາຍຮັບໂດຍລວມຂອງອຸດສາຫະກຳທ່ອງທ່ຽວຈະເພີ່ມຂຶ້ນສະເໝີໄປ. ເຖິງແມ່ນວ່າໜ່ວຍງານທີ່ຮັບຜິດຊອບຄຸ້ມຄອງແຫຼ່ງທ່ອງທ່ຽວອາດຈະມີລາຍຮັບຕໍ່ຜູ້ເຂົ້າຊົມເພີ່ມຂຶ້ນກໍຕາມ ແຕ່ໃນອີກດ້ານໜຶ່ງ ຕົ້ນທຶນທີ່ເພີ່ມຂຶ້ນນີ້ກັບກາຍເປັນພາລະທີ່ຜູ້ປະກອບການທຸລະກິດນຳທ່ຽວຕ້ອງແບກຮັບ ໂດຍສະເພາະບໍລິສັດທີ່ໄດ້ກຳນົດລາຄາ ແລະ ຂາຍແພັກເກດທ່ອງທ່ຽວ ພ້ອມທັງໄດ້ຕົກລົງລາຄາກັບລູກຄ້າລ່ວງໜ້າແລ້ວ.

ປະເດັນສຳຄັນຄື ການເພີ່ມຂຶ້ນຂອງຕົ້ນທຶນ ບໍ່ໄດ້ໝາຍຄວາມວ່າບໍລິສັດນຳທ່ຽວຈະສາມາດປັບຂຶ້ນລາຄາຂາຍໃຫ້ສອດຄ່ອງກັບຕົ້ນທຶນທີ່ເພີ່ມຂຶ້ນໄດ້ໃນທັນທີ.

ໃນທາງປະຕິບັດ ການກຳນົດລາຄາຂາຍແພັກເກດທ່ອງທ່ຽວ ຈຳເປັນຕ້ອງຄຳນຶງເຖິງກຳລັງຊື້ຂອງນັກທ່ອງທ່ຽວ ລາຄາຂອງຄູ່ແຂ່ງ ແລະ ຄວາມສາມາດໃນການແຂ່ງຂັນຂອງຕະຫຼາດ. ຖ້າປັບຂຶ້ນລາຄາຫຼາຍເກີນໄປ ອາດເຮັດໃຫ້ລູກຄ້າຕັດສິນໃຈຫຼຸດການເດີນທາງ ປ່ຽນຈຸດໝາຍປາຍທາງ ຫຼື ເລືອກໃຊ້ບໍລິການຈາກຜູ້ປະກອບການລາຍອື່ນ.

ດັ່ງນັ້ນ ຜູ້ປະກອບການຈຳນວນຫຼາຍຈຶ່ງຈຳເປັນຕ້ອງແບກຮັບພາລະຕົ້ນທຶນສ່ວນທີ່ເພີ່ມຂຶ້ນດ້ວຍຕົນເອງ ໂດຍການຫຼຸດກຳໄລຂອງຕົນ ແທນທີ່ຈະສາມາດຍູ້ພາລະທັງໝົດໄປໃຫ້ຜູ້ບໍລິໂພກເປັນຜູ້ຮັບຜິດຊອບ.

ກຳໄລທີ່ຫຼຸດລົງບໍ່ໄດ້ກະທົບພຽງແຕ່ຜົນຕອບແທນຂອງເຈົ້າຂອງທຸລະກິດເທົ່ານັ້ນ ແຕ່ຍັງສົ່ງຜົນຕໍ່ສະພາບຄ່ອງທາງການເງິນ ຄວາມສາມາດໃນການຊຳລະພາສີ ການຈ້າງພະນັກງານ ການພັດທະນາຄຸນນະພາບການບໍລິການ ແລະ ການລົງທຶນເພື່ອຍົກລະດັບມາດຕະຖານການທ່ອງທ່ຽວໃນໄລຍະຍາວອີກດ້ວຍ.

ການປັບຂຶ້ນລາຄາໃນອັດຕາປະມານ 15–20% ຕໍ່ຄັ້ງ ອາດເປັນອັດຕາທີ່ຜູ້ປະກອບການສາມາດນຳໄປປະເມີນ ແລະ ວາງແຜນບໍລິຫານຕົ້ນທຶນໄດ້ງ່າຍກວ່າ. ທັງນີ້ ຍັງຂຶ້ນຢູ່ກັບສະພາບຕະຫຼາດ ແລະ ໂຄງສ້າງຕົ້ນທຶນຂອງແຕ່ລະທຸລະກິດ. ແຕ່ຖ້າມີການປັບຂຶ້ນລາຄາເຖິງຫຼາຍຮ້ອຍເປີເຊັນພາຍໃນຄັ້ງດຽວ ຍ່ອມສ້າງແຮງກົດດັນຢ່າງຫຼວງຫຼາຍຕໍ່ຜູ້ປະກອບການ ແລະ ອາດເຮັດໃຫ້ຕົ້ນທຶນຂອງແພັກເກດທ່ອງທ່ຽວເພີ່ມຂຶ້ນຈົນຍາກທີ່ຈະຮັກສາລະດັບລາຄາເດີມ ແລະ ຄວາມສາມາດໃນການແຂ່ງຂັນໄວ້ໄດ້.

ການພັດທະນາອຸດສາຫະກຳທ່ອງທ່ຽວຢ່າງຍືນຍົງ ຈຶ່ງບໍ່ຄວນເລັງໃສ່ພຽງແຕ່ການເພີ່ມລາຍຮັບຈາກຄ່າເຂົ້າຊົມແຫຼ່ງທ່ອງທ່ຽວເທົ່ານັ້ນ ແຕ່ຄວນຄຳນຶງເຖິງຄວາມສົມດຸນຂອງທຸກພາກສ່ວນໃນລະບົບເສດຖະກິດການທ່ອງທ່ຽວ ບໍ່ວ່າຈະເປັນໜ່ວຍງານພາກລັດ ຜູ້ຄຸ້ມຄອງແຫຼ່ງທ່ອງທ່ຽວ ບໍລິສັດນຳທ່ຽວ ມັກຄຸເທດ ຜູ້ປະກອບການທີ່ພັກ ຮ້ານອາຫານ ຕະຫຼອດຮອດຊຸມຊົນທ້ອງຖິ່ນ.

ການກຳນົດອັດຕາຄ່າບໍລິການຄວນອີງໃສ່ຂໍ້ມູນຕົ້ນທຶນທີ່ແທ້ຈິງ ການປະເມີນຜົນກະທົບທາງເສດຖະກິດ ແລະ ການປຶກສາຫາລືກັບຜູ້ມີສ່ວນກ່ຽວຂ້ອງຢ່າງຮອບດ້ານ. ພ້ອມທັງຄວນພິຈາລະນາປັບຂຶ້ນລາຄາເປັນຂັ້ນຕອນ ແລະ ແຈ້ງໃຫ້ຜູ້ປະກອບການຊາບລ່ວງໜ້າ ເພື່ອໃຫ້ທຸກຝ່າຍມີເວລາກະກຽມຄວາມພ້ອມ ແລະ ປັບຕົວໄດ້ຢ່າງເໝາະສົມ.

ທ້າຍທີ່ສຸດ ຄວາມສຳເລັດຂອງການທ່ອງທ່ຽວບໍ່ຄວນວັດແທກຈາກການເພີ່ມຂຶ້ນຂອງລາຍຮັບຂອງໜ່ວຍງານໃດໜ່ວຍງານໜຶ່ງພຽງຢ່າງດຽວ ແຕ່ຄວນວັດແທກຈາກຄວາມສາມາດໃນການສ້າງລາຍຮັບ ການແບ່ງປັນຜົນປະໂຫຍດ ແລະ ການຮັກສາຄວາມສາມາດໃນການແຂ່ງຂັນຂອງອຸດສາຫະກຳທ່ອງທ່ຽວໂດຍລວມ.

ເພາະຖ້າແຫຼ່ງທ່ອງທ່ຽວມີລາຍຮັບເພີ່ມຂຶ້ນ ແຕ່ບໍລິສັດນຳທ່ຽວມີກຳໄລຫຼຸດລົງ ຜູ້ປະກອບການຂາດສະພາບຄ່ອງທາງການເງິນ ແລະ ນັກທ່ອງທ່ຽວຮູ້ສຶກວ່າຄ່າໃຊ້ຈ່າຍສູງເກີນຄວາມເໝາະສົມ ຜົນທີ່ເກີດຂຶ້ນອາດບໍ່ແມ່ນການເຕີບໂຕຢ່າງຍືນຍົງ ແຕ່ກາຍເປັນການເພີ່ມລາຍຮັບໃຫ້ແກ່ພຽງບາງພາກສ່ວນ ໃນຂະນະທີ່ຍູ້ພາລະ ແລະ ຄວາມສ່ຽງໄປໃຫ້ອີກຫຼາຍພາກສ່ວນຂອງອຸດສາຫະກຳເປັນຜູ້ແບກຮັບ.

ການທ່ອງທ່ຽວທີ່ເຂັ້ມແຂງ ຈຶ່ງບໍ່ແມ່ນການທີ່ຝ່າຍໃດຝ່າຍໜຶ່ງມີລາຍຮັບເພີ່ມຂຶ້ນຫຼາຍທີ່ສຸດ ແຕ່ແມ່ນການທີ່ທຸກພາກສ່ວນສາມາດເຕີບໂຕໄປພ້ອມກັນ ຢ່າງສົມດຸນ ແລະ ຍືນຍົງ.

Address

Th5
Paksé

Opening Hours

Monday 09:00 - 18:00
Tuesday 09:00 - 18:00
Wednesday 09:00 - 18:00
Thursday 09:00 - 18:00
Friday 09:00 - 18:00
Saturday 10:00 - 16:00
Sunday 10:00 - 16:00

Telephone

+8562022268887

Alerts

Be the first to know and let us send you an email when Green Asia Travel Co., Ltd posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Green Asia Travel Co., Ltd:

Shortcuts

Share

Category