Dr Bio Farm VangVieng

Call Directions Contact the business

Dr Bio Farm VangVieng Contact information, map and directions, contact form, opening hours, services, ratings, photos, videos and announcements from Dr Bio Farm VangVieng, Ban Nampe, Vang Vieng.

ຂໍເຊີນທ່ານເຂົ້າຮ່ວມ ງານຝຶກອົບຮົມໃນຫົວຂໍ້: ການຜະລິດ ຖົ່ວລຽນລາວ ໃຫ້ມີຄຸນນະພາບ ເພື່ອການຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ" ,...
07/09/2026

ຂໍເຊີນທ່ານເຂົ້າຮ່ວມ ງານຝຶກອົບຮົມໃນຫົວຂໍ້: ການຜະລິດ ຖົ່ວລຽນລາວ ໃຫ້ມີຄຸນນະພາບ ເພື່ອການຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ" , ໃນວັນທີ: 13 ກັນຍາ 2026 ທີ່ຂອງພວກເຮົາ ສວນ ດຣ ໄບໂອຟາມ🌿, ເມືອງວັງວຽງ, ແຂວງ ວຽງຈັນ.

ງານຝຶກອົບຮົມດັ່ງກ່າວນີ້ ຈັດຂື້ນໂດຍ ຂະແໜງທຸລະກິດ ຖົ່ວລຽນລາວ ຂອງ ສະມາຄົມ ຜະລິດ ແລະ ປຸງແຕ່ງກະສິກໍາລາວ (ສະມາຄົມທຸລະກິດກະສິກໍາລາວ) ຢູ່ພາຍໃຕ້ການຄຸ້ມຄອງຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຂໍຖຶເປັນກຽດຮຽນເຊີນທ່ານ ເຂົ້າຮ່ວມຝຶກອົບຮົມພາຍໃຕ້ຫົວຂໍ້: ການຜະລິດຖົ່ວລຽນໃຫ້ມີຄຸນນະພາບ ເພື່ອການຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ" ຈຸດປະສົງ ເພື່ອຍົກລະດັບເຕັກນິກການຜະລິດ ການປູກຖົ່ວລຽນ ໃຫ້ໄດ້ມາດຕະຖານຄຸນນະພາບ, ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ສົ່ງອອກ, ພ້ອມທັງເປີດໂອກາດໃຫ້ເຈົ້າຂອງສວນໄດ້ປຶກສາຫາລື, ເຊື່ອມໂຍງກັບຜູ້ເກັບຊື້, ຜູ້ລົງທຶນ, ແລະ ຜູ້ສະໜອງເຕັກໂນໂລຊີ-ປັດໄຈການຜະລິດໂດຍກົງ, ລາຍລະອຽດມີດັ່ງນີ້:

📩ຄ່າລົງທະບຽນເຂົ້າຮ່ວມ: 350,000 ກີບ/ທ່ານ (ລວມມີ ອາຫານຫວ່າງ, ອາຫານສວາຍ ແລະ ອຸປະກອນເຝິກອົບຮົມ)
🗓️ວັນທີ: 13 ກັນຍາ 2026 (ວັນອາທິດ)
⏰ເວລາ: 8:30 - 16:30 ໂມງ (ມີວາລະຕິດຂັດມາພ້ອມ);
📍ສະຖານທີ່: ສວນ ດຣ ໄບໂອຟາມ (ເມືອງ ວັງວຽງ, ແຂວງ ວຽງຈັນ)

ປລ. ວາລະງານ ແລະ ສະຖານທີ່ຈັດງານຕາມຄິວອາໃນໂພສເຕີ

ທ່ານໃດສົນໃຈ ສາມາດສອບຖາມຂໍ້ມູນໄດ້ຕາມເບີໂທທີ່ຕິດຂັດ
https://wa.me/8562056245620

ຮອດນະຄອນຫລວງລະເດິ້ ລູກຄ້າ ໄປຊິມ ໄປອຸດຫນູນຖົ່ວລຽນລາວ ສວນເຮົາແດ່ເດິ້ 💖💙 ພິກັດສະຖານທີ່ ຊື້ໄດ້ຢູ່ທີ່ນີ້ເລີຍ https://maps.app...
24/07/2026

ຮອດນະຄອນຫລວງລະເດິ້ ລູກຄ້າ ໄປຊິມ ໄປອຸດຫນູນຖົ່ວລຽນລາວ ສວນເຮົາແດ່ເດິ້ 💖💙

ພິກັດສະຖານທີ່ ຊື້ໄດ້ຢູ່ທີ່ນີ້ເລີຍ

https://maps.app.goo.gl/DY88u4GEXKgQfXsa8?g_st=iw

#ສະຫນັບສະຫນູນສິນຄ້າລາວ
#ຖົ່ວລຽນລາວ

ວັນທີ 21 ກໍລະກົດ 2026 ທີ່ຜ່ານມາ ສວນ ດຣ ໄບໂອຟາມ ຂອງພວກເຮົາ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຮັບຕ້ອນ ພະນະທ່ານ ທອງລຸນ ສີສຸລິດ ເລ...
22/07/2026

ວັນທີ 21 ກໍລະກົດ 2026 ທີ່ຜ່ານມາ ສວນ ດຣ ໄບໂອຟາມ ຂອງພວກເຮົາ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຮັບຕ້ອນ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປລາວ ພ້ອມດ້ວຍຄະນະ ໃນການເຂົ້າມາຢ້ຽມຢາມ ສວນຂອງພວກເຮົາ.

ຕະຫລອດໄລຍະ 20ປີ ທີ່ໄດ້ເລີ່ມມີການພັດທະນາ ເພື່ອໃຫ້ກາຍເປັນສວນຫມາກໄມ້ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ເປັນກະສິກໍາສະອາດ, ໃຫ້ເປັນບ່ອນສ້າງອາຊີບໃຫ້ກັບປະຊາຊົນທ້ອງຖິ່ນ.

ຂອບໃຈ ທາງພັກລັດ ແລະ ອົງການຈັດຕັ້ງທ້ອງຖິ່ນ ທີ່ໄດ້ເບິ່ງເຫັນ ຮັບຮູ້ ແລະ ສະຫນັບສະຫນູນທຸລະກິດທ້ອງຖິ່ນ ຂອງພວກເຮົາຕະຫລອດມາ.

ຂອບໃຈ ລູກຄ້າສໍາລັບຣີວິວ.. ຖົ່ວລຽນ ວັງວຽງ ຈາກທໍາມະຊາດແທ້ ບໍ່ມີເຄມີ ຈາາ ສົດສົດຈາກສວນ.. ຫມົດແລ້ວຫມົດເລີຍ..  ຂໍອະນຸຍາດທະຍອຍຕ...
01/06/2023

ຂອບໃຈ ລູກຄ້າສໍາລັບຣີວິວ.. ຖົ່ວລຽນ ວັງວຽງ ຈາກທໍາມະຊາດແທ້ ບໍ່ມີເຄມີ ຈາາ ສົດສົດຈາກສວນ.. ຫມົດແລ້ວຫມົດເລີຍ.. ຂໍອະນຸຍາດທະຍອຍຕອບເດິ້ ຕອບຊ້າແດ່ບໍ່ວ່າກັນນໍ. ເດັກນ້ອຍ ກິນໄດ້ ຜູ້ເຖົ້າກິນດີ... ເຮົາປູກເອງ ກິນເອງ ປອດໄພຈາກສານພິດ 💕

ສະບາຍດີ ລູກຄ້າທາງນະຄອນຫລວງ... ຖົ່ວລຽນວັງວຽງສົດໆມາແລ້ວເຈົ້າ ຖົ່ວລຽນປອດສານພິດ ປູກແບບທໍາມະຊາດອະຫລີອະລໍ ຂາຍແບບລາຄາ ຕ້ານກະແສເ...
01/07/2022

ສະບາຍດີ ລູກຄ້າທາງນະຄອນຫລວງ... ຖົ່ວລຽນວັງວຽງສົດໆມາແລ້ວເຈົ້າ ຖົ່ວລຽນປອດສານພິດ ປູກແບບທໍາມະຊາດອະຫລີອະລໍ ຂາຍແບບລາຄາ ຕ້ານກະແສເງິນເຟີ້... 😅

ລາຄາຂາຍເປັນກ່ອງນ້ອຍ 120.000 ກີບ [ນໍ້າຫນັກ 6-7ຂີດ]

ລາຄາຂາຍເປັນກ່ອງໃຫຍ່ 250.000 ກີບ [ນໍ້າຫນັກ 1.3 - 1.4ກິໂລ]

ເປັນຫນ່ວຍຕິດຈອງຫມົດແລ້ວເດິ້ລູກຄ້າຂໍອະໄພຫລາຍໆ ຍັງແຕ່ເປັນກ່ອງ ປອກສົດໃຫມ່ ປອກມື້ຕໍ່ມື້..💦

ສົນໃຈອິນບອກ ຫລື ເມັ້ນໆດ້ານລຸ່ມເລີຍເຈົ້າ
ທາງເຮົາຊິຕິດຕໍ່ກັບລູກຄ້າເນີ້ 🙏🏻

ທຸກບ່ອນມີຄ່າສົ່ງ 🛵


ໃຫ້ເດັກນ້ອຍອຸແວ້ກິນກະໄດ້ 👼🏻ຜູ້ສູງອາຍຸກິນກໍດີ 👵🏼👨🏼‍🦳
ບໍ່ມີຜິດໄພ ສິນຄ້າຄົນລາວເຮົາເອງ 🇱🇦

ຖົ່ວລຽນປີນີ້ ມາລະເດິ້ລູກຄ້າ ກໍາລັງເດີນທາງສົດສົດມາແຕ່ ວັງວຽງ ຊ້າແດ່ແຕ່ຊົວມາແນ່ນອນ... 🚚🚚🚚
30/06/2022

ຖົ່ວລຽນປີນີ້ ມາລະເດິ້ລູກຄ້າ ກໍາລັງເດີນທາງສົດສົດມາແຕ່ ວັງວຽງ ຊ້າແດ່ແຕ່ຊົວມາແນ່ນອນ... 🚚🚚🚚

ຖົ່ວລຽນວັງວຽງ ປອດສານພິດ☘️🍀 ຂອງຄົນລາວເຮົາ ກໍາລັງມາເດິ້ລູກຄ້າ🚛🚛ອົດໃຈຖ້າແປບຫນຶ່ງ... ປີນີ້ ມາຊ້າແດ່ ແຕ່ກະມາເດິ້  🥰🥰ປູກເອງ ເກ...
14/07/2021

ຖົ່ວລຽນວັງວຽງ ປອດສານພິດ☘️🍀 ຂອງຄົນລາວເຮົາ ກໍາລັງມາເດິ້ລູກຄ້າ🚛🚛
ອົດໃຈຖ້າແປບຫນຶ່ງ... ປີນີ້ ມາຊ້າແດ່ ແຕ່ກະມາເດິ້ 🥰🥰

ປູກເອງ ເກັບເອງ ບໍ່ມີສານເຄມີ ສານເລັ່ງໃດໃດ ເພາະເຈົ້າຂອງສວນກະກິນເອງ 😋😋
ໃຜເຄີຍກິນແຕ່ຖົ່ວລຽນໄທ ຕ້ອງມາລອງຖົ່ວລຽນລາວເບີ່ງເດິ້
ຮັບຮອງແຊບ ລະຈະຕິດໃຈ 😍

ສະຫນັບສະຫນູນຜະລິດຕະພັນພາຍໃນ ຕ້ານໄພເງິນເຝີ້ 💰

ປລ ເຈົ້າຂອງສວນນ້ອຍໄປຄຸມເອງ

DrBioFarm VangVieng x VangVieng Coffee ມາຊິມກັນໄດ້ເດີ້ ກາເຟວັງວຽງ ຈາກສວນເຮົາເອງ...ທີ່ວຽງຈັນເຊັນເຕີ້ໃນງານ ບຸນກາເຟບ້ານເຮົາ...
09/10/2020

DrBioFarm VangVieng x VangVieng Coffee
ມາຊິມກັນໄດ້ເດີ້ ກາເຟວັງວຽງ ຈາກສວນເຮົາເອງ...ທີ່ວຽງຈັນເຊັນເຕີ້ໃນງານ ບຸນກາເຟບ້ານເຮົາ. ຮ່ວມມືພັດທະນາ ແລະ ຄັດສັນເມັດກາເຟທີ່ມີຄຸນະພາບຈາກທີມ VangVieng Coffee

ຂອບໃຈ   ທີ່ອຸດຫນູນຖົ່ວລຽນຈາກສວນເຮົາ ເຄັກເພິ່ນອອກມາເປັນຕາແຊບອີ່ຫລີ 😋ສວນຂອງຄົນລາວ ສິນຄ້າລາວປອດສານພິດ ຜູ້ໃຫຍ່ກິນໄດ້ ເດັກນ້ອ...
27/08/2020

ຂອບໃຈ ທີ່ອຸດຫນູນຖົ່ວລຽນຈາກສວນເຮົາ ເຄັກເພິ່ນອອກມາເປັນຕາແຊບອີ່ຫລີ 😋
ສວນຂອງຄົນລາວ ສິນຄ້າລາວ
ປອດສານພິດ ຜູ້ໃຫຍ່ກິນໄດ້ ເດັກນ້ອຍກິນດີ ເປັນມິດຕໍ່ສິ່ງແວດລ້ອມ

24/08/2020

ມາກັນລົວ ລົວວວວວ ກັບລະດູຖົ່ວລຽນ!!! ຂອງຄົນລາວເອງບໍ່ແມ່ນໃຜອື່ນ.. ກິນແບບປອດໄພ ບໍ່ໄດ້ຈຸ່ມຢາຢູ່ຂວັ້ນ ບໍ່ມີສານເຄມີ ບໍ່ມີຢາຂ້າຫຍ້າ...ເດັກນ້ອຍກິນໄດ້ ຜູ້ໃຫຍ່ກິນດີ ໃຫ້ ຄົນເຈັບກິນກະປອດໄພ.
ສັງເກດຖົ່ວລຽນເຮົາຈະບໍ່ຫວານຈີດດດດ ຄືຖົ່ວລຽນບ່ອນອື່ນ ຫວານແບບກົມກ່ອມ.. ເນື້ອແບບນຸ້ມໆຫວານໆພໍດີກິນ
ສົນໃຈອິນບອກມາເລີຍ 😘

Address

Ban Nampe
Vang Vieng

Telephone

+8562096522445

Website

Alerts

Be the first to know and let us send you an email when Dr Bio Farm VangVieng posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Dr Bio Farm VangVieng:

Shortcuts

Share