17/01/2024
ພິທີວາງສີລາລຶກກໍ່ສ້າງສວນສາທິດ ແລະ ຣີສອດສາກົນ ທີ່ເມືອງ ວັງວຽງ ວັນທີ 12/01/2024
“ກຸ່ມບໍລິສັດ ທ່ອງທ່ຽວ ແລະ ວັດທະນະທຳລາວ ມະຫາຊົນ” ຊຶ່ງໄດ້ປ່ຽນຊື່ຈາກບໍລິສັດ ຊີມັງລາວ ມະຫາຊົນ ( ໂຮງງານ ຊີມັງວັງວຽງ ຫຼັງ 2 ) ໃນເມື່ອກ່ອນໄດ້ສ້າງຕັ້ງຂຶ້ນມານັບຕັ້ງແຕ່ປີ 1998 ຊຶ່ງຂຶ້ນກັບລັດວິສາຫະກິດ ພັດທະນາກະສິກໍາ ອຸດສາຫະກໍາ ແລະບໍລິການຂາອອກ - ຂາເຂົ້າ ແລະຢູ່ໃຕ້ການຊີ້ນໍາ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງການເງິນ ມີສໍານັກງານໃຫຍ່ຕັ້ງຢູ່ນະຄອນ ຫຼວງວຽງຈັນ ທັງໄດ້ເປັນແບບຢ່າງການຮ່ວມມືດ້ານເສດຖະກິດລະຫວ່າງທັງສອງປະເທດລາວ-ຈີນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານລາວ ໃຫ້ຢຸດຕິກິດຈະການ ການຜະລິດ ແລະການຈໍາໜ່າຍຊີມັງ ຢ່າງຖາວອນ ແລະໃຫ້ຫັນຮູບແບບທຸລະກິດ ໃໝ່ຄື : ທຸລະກິດການທ່ອງທ່ຽວແບບປະສົມປະສານຕາມລະບຽບການ ແລະກົດໝາຍ. ດັ່ງນັ້ນ, ໃນວັນທີ 12 ມັງກອນ 2024 ຢູ່ທີ່ໂຮງງານ ຊີມັງວັງວຽງ ຫຼັງ 2 ເວລາ 15:00 ໂມງ ເປັນຕົ້ນໄປ “ກຸ່ມບໍລິສັດ ທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ” ໄດ້ມີພິທີວາງສີລາລຶກ ຂອງໂຄງການກໍ່ສ້າງເຂດສາທິດອຸດສາຫະກໍາການ ທ່ອງທ່ຽວ ແລະ ວັດທະນະທໍາເມືອງວັງວຽງ, ໂຄງການກໍ່ສ້າງເຂດຣີສອດສາກົນໜອງສີຟ້າດວງຈັນວັງວຽງ ( ສູນຝຶກອົບຮົມວັງວຽງ ກະຊວງປ້ອງກັນປະເທດ ) , ພິທີເຊັນສັນຍາສ້າງຕັ້ງສູນພາບ-ສຽງ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະພິທີເຊັນສັນຍາຮ່ວມມືຍຸດທະສາດກັບມະຫາວິທະຍາໄລ ວິທະຍາສາດ ນະຄອນຄຸນໜິງ ເຊິ່ງສອງໂຄງ ການດັ່ງກ່າວນີ້ມີເນື້ອທີ່ 111 ເຮັກຕ່າ, ເນື້ອທີ່ການກໍສ້າງປະມານ 6 ແສນ 40 ພັນຕາແມັດ, ໃນນັ້ນໂຄງການກໍ່ສ້າງສວນສາທິດມີເນື້ອທີ່ກໍ່ສ້າງປະມານ 5 ແສນ 40 ພັນຕາແມັດ, ສ່ວນໂຄງການກໍ່ສ້າງເຂດຣີສອດສາກົນໜອງສີຟ້າດວງຈັນວັງວຽງ ( ສູນຝຶກອົບຮົມວັງວຽງ ກະຊວງປ້ອງກັນປະເທດ ) ມີເນື້ອທີ່ການກໍ່ສ້າງປະມານ 1 ແສນ ຕາແມັດ, ມູນຄ່າການລົງທຶນທັງໝົດ 4 ຕື້ 500 ລ້ານຢວນ, ກໍານົດໄລຍະເວລາກໍ່ສ້າງໃຫ້ສໍາເລັດພາຍໃນ 36 ເດືອນ, ສ່ວນວຽກງານການວາງແຜນ ແລະ ອອກແບບໃຫ້ໂຄງການ ໄດ້ມອບໃຫ້ສະຖາບັນອອກແບບທີ່ມີຄວາມຊໍານານງານໃນວຽກງານກໍ່ສ້າງໂຮງແຮມ ແລະສະຖານທີ່ທ່ອງທ່ຽວ ຂອງ ສປຈີນ, ມາດໍາເນີນການຂຽນບົດວິພາກເສດຖະກິດເຕັກນິກ ແລະອອກແບບ-ວາງແຜນໂຄງການກໍ່ສ້າງເປັນເວລາ 10 ເດືອນ, ໃນພິທີດັ່ງກ່າວນີ້ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົນໂທ ທອງລອຍ ສິລິວົງ ຫົວໜ້າກົມໃຫ່ຍການ ເມືອງກອງທັບ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ, ທ່ານ ນ ປອ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ ນອກນັ້ນ ຍັງມີບັນດາແຂກຈາກຫຼາຍພາກສ່ວນເຂົ້າຮ່ວມເຊັ່ນ : ຄະນະຈາກກະຊວງປ້ອງກັນປະເທດ, ກະຊວງການເງິນ, ກະຊວງໂຍທາທິການ ແລະຂົນສົ່ງ, ກະຊວງຖະແຫຼ່ງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ , ກະຊວງອຸດສາຫະກໍາ ແລະການຄ້າ,ກະຊວງພະລັງງານ ແລະບໍແຮ່, ກະຊວງສຶກສາທິການ ແລະກິລາ, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບລາວ, ຕະຫຼາດຫຼັກຊັບລາວ, ຮອງເຈົ້າແຂວງ ແຂວງວຽງຈັນ, ເຈົ້າເມືອງເມືອງວັງວຽງ ແລະ ພາກສ່ວນອື່ນໆ.
---------------------------------
ຊ່ອງທາງຕິດຕາມ
TikTok:
https://www.tiktok.com/?lang=th-TH
YouTube:
https://www.youtube.com/channel/UCOkweyZhXkgAw4uXU8IRpjw
# Lao Culture Tourism Public Group Company