23/08/2026
https://www.facebook.com/share/18mednkSi1/
🔊⚖️ ສານສະຫະລັດອາເມຣິກາ ຕັດສິນຍົກເລີກຄຳສັ່ງຂອງ ທຣຳ ທີ່ສັ່ງຢຸດອອກວີຊາຍ້າຍຖິ່ນຖານ 75 ປະເທດ worldwide ຫຼັງຊີ້ຂັດຕໍ່ກົດໝາຍ! 🇱🇦
🏛️🇺🇲 ນິວຢອກ, ສະຫະລັດອາເມຣິກາ: ຜູ້ພິພາກສາສານລັດຖະບານກາງສະຫະລັດ ໃນເຂດແມນຮັດຕັນ (Manhattan) ມີຄຳຕັດສິນຍົກເລີກນະໂຍບາຍຂອງປະທານາທິບໍດີ ໂດນັນ ທຣຳ ທີ່ໄດ້ສັ່ງຢຸດອອກວີຊາຍ້າຍຖິ່ນຖານຖາວອນ (Immigrant Visa) ແກ່ 75 ປະເທດໃນທົ່ວໂລກ ໂດຍສານຊີ້ຂາດວ່າ ຄຳສັ່ງດັ່ງກ່າວ "ຂັດຕໍ່ກົດໝາຍຢ່າງຊັດເຈນ".
📌 ໃນນລາຍຊື່ 75 ປະເທດທີ່ຖືກຄຳສັ່ງລະງັບວີຊາມາກ່ອນໜ້ານີ້ ແມ່ນມີ 🇱🇦 ສປປ ລາວ ລວມຢູ່ນຳ ພ້ອມດ້ວຍປະເທດໃນອາຊຽນ ເຊັ່ນ: ໄທ ແລະ ຫວຽດນາມ. ຄຳຕັດສິນຂອງສານໃນຄັ້ງນີ້ ຈຶ່ງຖືເປັນຂ່າວດີສຳລັບປະຊາຊົນລາວ ທີ່ມີແຜນຍ້າຍຖິ່ນຖານ ຫຼື ເດີນທາງໄປຢູ່ກັບຄອບຄົວ ຢູ່ສະຫະລັດອາເມຣິກາ.
1️⃣ ກົດໝາຍການເຂົ້າເມືອງປີ 1965 ຫ້າມບໍ່ໃຫ້ມີການເລືອກປະຕິບັດ ຫຼື ປະຕິເສດວີຊາໂດຍອີງໃສ່ "ສັນຊາດ" ຫຼື ປະເທດຕົ້ນທາງ.
2️⃣ ການປະຕິເສດວີຊາໃນຂໍ້ຫາ "ເປັນພາລະຂອງລັດ" (Public Charge) ເຈົ້າໜ້າທີ່ກົງສູນຕ້ອງພິຈາລະນາຈາກປັດໄຈສ່ວນບຸກຄົນ ເຊັ່ນ: ຖານະການເງິນ, ອາຍຸ, ສຸຂະພາບ ແລະ ທັກສະຄວາມສາມາດ ບໍ່ແມ່ນປະຕິເສດແບບຍົກພວງທັງປະເທດແບບນີ້.
💡 ມາດຕະການລະງັບວີຊ່າດັ່ງກ່າວ ກວມເອົາສະເພາະ "ວີຊ່າຍ້າຍຖິ່ນຖານຖາວອນ" ເທົ່ານັ້ນ, ບໍ່ໄດ້ກວມເອົາ ວີຊາຊົ່ວຄາວ ເຊັ່ນ: ວີຊ່າທ່ອງທ່ຽວ (B1/B2) ຫຼື ວີຊ່ານັກຮຽນ (F-1) ແຕ່ຢ່າງໃດ.
📰ທີ່ມາ: AMARIN TV
✍🏻 Lao Youth Radio FM90MHz