22/03/2017
Freelance NVL (ຟຣີແລນຊ ເອັນວີເອລ) ເຮັດໜ້າທີ່ໃຫ້ຄວາມຊ່ວຍເຫຼືອ ໃນການແປພາສາ ແລະ ເປັນທີ່ບຶກສາທາງດ້ານສິ່ງແວດລ້ອມ. Freelance NVL ເປັນທິມງານທີ່ມີຄວາມຮູ້ ແລະ ທັກສະດ້ານການແປພາສາ ທີ່ຮຽນຈົບມາຈາກປະເທດນັ້ນໆ ແລະ ມີຄຸນນະວຸດທິ ແລະ ຊ່ຽວຊານທາງດ້ານການຄຸ້ມຄອງສິ່ງແວດລ້ອມ.
1. ແປພາສາ: ຮັບແປເອກະສານ ຈາກພາສາຕ່າງປະເທດເປັນພາສາລາວ ແລະ ພາສາລາວເປັນພາສາຕ່າງປະເທດ. ພາສາຕ່າງປະເທດດັ່ງກ່າວ ແມ່ນລວມມີ ພາສາອັງກິດ, ພາສາຍີ່ປຸ່ນ, ພາສາຈີນ ແລະ ພາສາຫວຽດນາມ. ຫົວຂໍ້ທີ່ຮັບແປລວມມີ ການບໍລິການທຸລະກິດ, ການເງິນ/ການບັນຊີ, ການສຶກສາ, ການພັດທະນາ, ໂຄງການສ້າງເຂື່ອນ, ບໍ່ແຮ່, ສິ່ງແວດລ້ອມ, ການກະສິກຳ, ປ່າໄມ້ ແລະ ເທັກໂນໂລຍີຂໍ້ມູນຂ່າວສານ (IT) ເປັນຕົ້ນ.
2. ທີ່ປຶກສາທາງດ້ານສິ່ງແວດລ້ອມ: ຊ່ວຍເຫຼືອເປັນທີ່ປຶກສາ ໃຫ້ແກ່ອົງການຈັດຕັ້ງພາກລັດ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດ (NGO) ຂອງພາຍໃນ ແລະ ຂອງສາກົນ, ບໍລິສັດ, ອຸດສາຫະກຳ ແລະ ໂຄງການພັດທະນາຕ່າງໆ ໃນການກວດສອບຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ (IEE), ການປະເມີນຜົນກະທົບທາງດ້ານສິ່ງແວດລ້ອມທາງສັງຄົມ ແລະ ທຳມະຊາດ (ESIA), ສ້າງແຜນງານການຄຸ້ມຄອງ ແລະ ຕິດຕາມກວດກາສະພາບແວດລ້ອມ (EMMP) ແລະ ສະໜອງວຽກງານດ້ານວິຊາການສິ່ງແວດລ້ອມຍ່ອຍອື່ນໆ ເຊັ່ນ ການຕິດຕາມກວດກາ ແລະ ວິເຄາະຄຸນນະພາບດິນ, ນ້ຳ ແລະ ສັດນ້ຳ.
Freelance NVL ຍັງເປັນສື່ການຮຽນ-ການສອນພາສາອັງກິດອອນໄລນ ແລະ ແລກປ່ຽນຄວາມຮູ້ທາງດ້ານການຄຸ້ມຄອງສິ່ງແວດລ້ອມ ໂດຍທົ່ວໄປ ກໍ່ຄືວຽກງານສິ່ງແວດລ້ອມ ແລະ ໂຄງການພັດທະນາທີ່ມີຄວາມທ້າທາຍຕໍ່ການປົກປັກຮັກສາສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ.
ສົນໃຈສອບຖາມຂໍ້ມູນເພີ່ມເຕີມໂທ: 020 28777456, ອີເມລ: [email protected] ຫຼືເຂົ້າເບິ່ງຂໍ້ມູນໃນເພດຈ ແລະ ກົດຕິດຕາມໄດ້.
Freelance NVL provides assistance on translation and environmental consultancy. Freelance NVL is a group of knowledgeable and skillful people in translation jobs that graduated from countries of origin of translating languages, and a team of those qualifying and specialising in environmental management.
1. Translation: Translating documents from foreign languages to Lao and vice versa. The foreign languages include English, Japanese, Chinese and Vietnamese. Topics of translation service basically consist of business administration, financing/accounting, education, development, dam construction project, mining, environment, agriculture, forestry and IT.
2. Environmental Consultancy: Consultancy assistance to government organisations, NGO and INGO, companies, industries and development projects on preparing Initial Environmental Examination (IEE), Environmental and Social Impact Assessments (ESIA), Environmental Management and Monitoring Plan (EMMP), and providing other environmental technical tasks such as quality monitoring and analysis of soil, water and aquatic lives.
In a significant addition, Freelance NVL is a floor to learn English online and exchange knowledge of environmental management in general, as well as, a context of environment related works and development projects that has challenged environmental conservation in Laos in particular.
For more information please contact to mob: 02028777456, email: [email protected], or view the info on the Page and follow.
NVL Translation
Experience You Can Trust
ປະສົບການທີ່ທ່ານໄວ້ໃຈໄດ້