ທ່ຽວກ່ອນເຖົ້າ Before I'm Old

ທ່ຽວກ່ອນເຖົ້າ Before I'm Old ທ່ຽວກ່ອນເຖົ້າ เที่ยวก่อนแก่เถ้า Before I'm Old

06/02/2024

ຕູ້ເຕົ່າບິນ ກົດງ່າຍ ນ້ຳແຊບ

06/02/2024

ຮ້ານຕຳຟ້າຜ່າຫ່າກິນ ປາກເຊ

ການເດີນທາງຊ່ວຍໃຫ້ຊີວິດມີຄວາມສຸກຫຼາຍຂຶ້ນ     ການເດີນທາງທ່ອງທ່ຽວເຮັດໃຫ້ພວກເຮົາເອົາຕົວເອງອອກຈາກສະພາບແວດລ້ອມໃນການເຮັດວຽກ ເຮັ...
05/11/2023

ການເດີນທາງຊ່ວຍໃຫ້ຊີວິດມີຄວາມສຸກຫຼາຍຂຶ້ນ

ການເດີນທາງທ່ອງທ່ຽວເຮັດໃຫ້ພວກເຮົາເອົາຕົວເອງອອກຈາກສະພາບແວດລ້ອມໃນການເຮັດວຽກ ເຮັດໃຫ້ພວກເຮົາບໍ່ຕ້ອງພົບກັບກອງເອກະສານຢູ່ເທິງໂຕະເຮັດວຽກ ທີ່ຍັງບໍ່ທັນໄດ້ສໍາເລັດ ບໍ່ຕ້ອງພົບກັບສະພາບແວດລ້ອມ ເກົ່າໆ ຊ້ຳເດີມທຸກວັນທີ່ທ່ານພົບທຸກໆມື້. ການເດີນທາງທ່ອງທ່ຽວ ເປັນວິທີປ່ອຍໃຈ ໃຫ້ໄປພົບກັບບັນຍາກາດໃໝ່ໆ ເຮັດໃຫ້ຈິດໃຈ ຜ່ອນຄາຍ ສະບາຍໃຈ ແລະ ມີຄວາມສຸກຫລາຍຂຶ້ນ.
ຈາກການວິໃຈພົບວ່າຜູ້ທີ່ໃຊ້ເງິນກັບປະສົບການໃຫມ່ໆ ສິ່ງຕ່າງໆໃນຊີວິດເຊັ່ນ: ການອອກໄປທ່ຽວໃນບ່ອນຕ່າງໆ ຄົນເຮົາຈະມີຄວາມສຸກຫຼາຍກວ່າຄົນທີ່ໃຊ້ເງິນກັບວັດຖຸສິ່ງຂອງ.

ນອກຈາກນັ້ນ, ຄວາມສຸກທີ່ມາຈາກການເດີນທາງທ່ອງທ່ຽວນັ້ນເປັນຄວາມສຸກທີ່ບໍ່ພຽງແຕ່ເກີດຂຶ້ນໃນລະຫວ່າງການເດີນທາງ ແລະ ຫຼັງຈາກການເດີນທາງສໍາເລັດເທົ່ານັ້ນມັນເລີ່ມ ຕັ້ງແຕ່ ທີ່ພວກເຮົາວາງແຜນການເດີນທາງ ຫຼື ພຽງແຕ່ຄິດກ່ຽວກັບການເດີນທາງມັນສາມາດເຮັດໃຫ້ຄົນມີຄວາມສຸກໄດ້ແລ້ວ ຊຶ່ງເປັນຄວາມສຸກທີ່ຍືນຍາວກວ່າຄວາມສຸກທີ່ມາຈາກການເປັນເຈົ້າຂອງ ວັດຖຸອັນໃໝ່.

ການໃຊ້ຊີວິດຢູ່ໃນບ່ອນແປກໃໝ່, ເມືອງ ຫຼື ປະເທດໃຫມ່ ທີ່ບໍ່ຄຸ້ນເຄີຍຈະເຮັດໃຫ້ເຮົາຕ້ອງປັບຕົວ, ການປັບຕົວນີ້ສົ່ງຜົນໃຫ້ເຮົາມີຄວາມອົດທົນ, ຍອມຮັບຄວາມບໍ່ສະດວກທີ່ເກີດຂຶ້ນ ລວມທັງມີຄວາມຫມັ້ນໃຈຫຼາຍຂຶ້ນ ໃນຄວາມສາມາດ ຂອງ ຕົວເອງເພື່ອແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນໃນລະຫວ່າງການເດີນທາງໄປສະຖານທີ່ທີ່ບໍ່ຄຸ້ນເຄີຍມາກ່ອນ, ການເດີນທາງເຮັດໃຫ້ພວກເຮົາຮຽນຮູ້ທີ່ຈະຍອມຮັບສິ່ງທີ່ແຕກຕ່າງ, ໄດ້ພົບກັບຄົນໃໝ່ໆ ໂດຍສະເພາະແມ່ນການເດີນທາງໄປຕ່າງປະເທດ ຊ່ວຍໃຫ້ພວກເຮົາພົບກັບຄົນທີ່ມີຮູບລັກສະນະພາຍນອກທີ່ແຕກຕ່າງທັງ ສີຜິວ, ສີຜົມ, ພາສາ, ສາສະຫນາ, ວັດທະນະທໍາ, ຄວາມເຊື່ອ ແລະ ວິຖີຊີວິດທີ່ແຕກຕ່າງ.

ການເດີນທາງໄປສະຖານທີ່ແປກໃໝ່, ເດີນທາງໄປປະເທດທີ່ບໍ່ເຄີຍໄປມາກ່ອນ ເຮັດໃຫ້ພວກເຮົາມີປະສົບການໃຫມ່ ພົບກັບສະພາບແວດລ້ອມທີ່ບໍ່ຄຸ້ນເຄີຍ ເຊິ່ງຊ່ວຍໃຫ້ພວກເຮົາກ້າວອອກຈາກເຂດປອດໄພ ຂອງ ຕົວເອງ

25/09/2023

Address

Nongnieo Sikot District
Vientiane

Website

Alerts

Be the first to know and let us send you an email when ທ່ຽວກ່ອນເຖົ້າ Before I'm Old posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category