Laos vv tours

Laos vv tours Contact information, map and directions, contact form, opening hours, services, ratings, photos, videos and announcements from Laos vv tours, Travel Company, Vientiane.

17/10/2022
REVIEW ວັດສີນໄຊຍາຣາມ ຂຶ້ນຊື່ວ່າເປັນດິນແດນແຫ່ງອາຣິຍະທຳແຫ່ງຫນຶ່ງໃນລາວ ເຊິ່ງເປັນອີກວັດຫນຶ່ງທີ່ສັກສິດ ແລະງົດງາມຫລາຍ ໃຜໄດ້ໄປເ...
10/07/2022

REVIEW ວັດສີນໄຊຍາຣາມ ຂຶ້ນຊື່ວ່າເປັນດິນແດນແຫ່ງອາຣິຍະທຳແຫ່ງຫນຶ່ງໃນລາວ ເຊິ່ງເປັນອີກວັດຫນຶ່ງທີ່ສັກສິດ ແລະງົດງາມຫລາຍ ໃຜໄດ້ໄປເມືອງເຟືອງ ບໍ່ຄວນພາດເດີ້ 🙏🏻 Meuangfeuang, Vientiane Province

ວັດນີ້ຕັ້ງຢູ່ ບ້ານໂນນຫີນແຮ່ ເມືອງເຟືອງ ແຂວງວຽງຈັນ ເວລາຂີ່ລົດຮອດເມືອງເຟືອງແລ້ວ ກໍໃຫ້ລ້ຽວຊ້າຍໄປທາງປ້ຳນ້ຳມັນພລັສ ຂີ່ເຂົ້າໄປປະມານ 30-40 ນາທີ ກາຍອ່າງນ້ຳຕົງເຂົ້າໄປກໍຈະຮອດວັດສິນໄຊ

ຜູ້ຍິງຕ້ອງນຸ່ງສິ້ນເຂົ້າເທົ່ານັ້ນ (ກະໂປ່ງຍາວ ຫລືໂສ້ງຂາຍາວກໍໃສ່ເຂົ້າບໍ່ໄດ້) ຖ້າວ່າລືມເອົາສິ້ນໄປກໍບໍ່ເປັນຫຍັງ ເພິ່ນມີຈຸດປ່ຽນສິ້ນໃຫ້ຢືມໃສ່ ຫລື ເຊົ່າໃສ່ຕາມສັດທາ

ເຂົ້າໄປພາຍໃນວັດ ແມ່ນໃຫ້ແວະບູຊາເອົາທູບກ່ອນ ຢູ່ທາງກ້ຳຂວາມື ເພິ່ນຈະມີຄົນແນະນຳໃຫ້ວ່າຈະບູຊາແນວໃດ ຫລືເຂົ້າໄປບູຊາຈຸດໃດແດ່

ມື້ນີ້ພວກເຮົາໄດ້ມີໂອກາດໄປໄຫວ້ຢູ່ 6 ຈຸດສຳຄັນພາຍໃນວັດ ແຕ່ລະຈຸດຈະເປັນແນວໃດ ເພິ່ນມີວິທີການໄຫວ້ແນວໃດແດ່ ເຮົາໄປເບິ່ງນຳກັນເລີຍ (ສາມາດອ່ານວິທີກຣາບໄວ້ໄດ້ຢູ່ກ້ອງຮູບເດີ້)

ຫມາຍເຫດ: ແນະນຳວິທີກາບໄຫວ້ຂໍພອນທີ່ຖືກຕ້ອງ

- ກາບລົງ 3 ເທື່ອ ຕັ້ງນັບໂມ 3 ຮອບ ແລ້ວກາບລົງອີກ 1 ເທື່ອ
- ບອກຊື່ສຽງຮຽງນາມຂອງຕົວເອງ ເຊັ່ນ: ຊື່…. ບ້ານຢູ່ປັດຈຸບັນ….ເມືອງ….ແຂວງ…. (ຖ້າບໍ່ບອກເພິ່ນຈະບໍ່ຮູ້ເລີຍ ວ່າເຮົາແມ່ນໃຜມາແຕ່ໃສ )
- ຈູດທູບໄດ້ແລ້ວເວລາໄຟຕິດ ຫ້າມເດັດຂາດຢ່າເອົາປາກເປົ່າ ໃຫ້ໃຊ້ມື ຫລືອັນອື່ນພັດມອດແທນ (ເພາະວ່າປາກຂອງເຮົາກິນ - ດື່ມຫລາຍຢ່າງລົງໄປ )
- ທີ່ສຳຄັນຜູ້ຍິງຕ້ອງນຸ່ງສິ້ນເຂົ້າເທົ່ານັ້ນເດີ້
------------------****---------------
ໂລເຄຊັ່ນ ວັດສິນໄຊຍະຣາມ ເມືອງເຟືອງ
020 58 975 979
https://maps.app.goo.gl/LySMqeuJzta4stgDA

ຂໍ້ມູນຈາກ: ເມືອງເຟືອງ ສະຕູດີໂອ
ຮູບພາບໂດຍ: Maimary ໄຫມແມຣີ່

ຮ່ວມສະແດງຄວາມໄຫວ້ອາໄລສຸດຊື້ງ “ທ່ານ ຊິນໂຈອາເບະ” ອາດີດນາຍົກລັດຖະມົນຕີຍີ່ປຸ່ນ ອາຍຸ 67 ປີ, ຖືກລອບຄາດຕະກຳໃນຕອນເຊົ້າວັນທີ 8 ກໍ...
08/07/2022

ຮ່ວມສະແດງຄວາມໄຫວ້ອາໄລສຸດຊື້ງ “ທ່ານ ຊິນໂຈອາເບະ” ອາດີດນາຍົກລັດຖະມົນຕີຍີ່ປຸ່ນ ອາຍຸ 67 ປີ, ຖືກລອບຄາດຕະກຳໃນຕອນເຊົ້າວັນທີ 8 ກໍລະກົດ 2022 ນະຄອນນາຣາ ປະເທດຍີ່ປຸ່ນ ໃນຂະນະທີ່ກຳລັງກ່າວຄຳປາໄສ.

18/02/2019
17/02/2019
ໂຮງງານນໍ້າດື່ມວີວີ, ບໍລິສັດທ່ອງທ່ຽວວີວີ ແລະ ວີວີເຣດີໂອFM98.8 ກຳລັງສົ່ງນໍ້າດື່ມແລະເຄື່ອງນຸ່ງຂອງໃຊ້ທີ່ຈຳເປັນໄປຊ່ວຍພີ່ນ້ອງທ...
27/07/2018

ໂຮງງານນໍ້າດື່ມວີວີ, ບໍລິສັດທ່ອງທ່ຽວວີວີ ແລະ ວີວີເຣດີໂອFM98.8 ກຳລັງສົ່ງນໍ້າດື່ມແລະເຄື່ອງນຸ່ງຂອງໃຊ້ທີ່ຈຳເປັນໄປຊ່ວຍພີ່ນ້ອງທີ່ປະສົບໄພທີ່ແຂວງອັດຕະປື 27/07/2018

ໂຮງງານນໍ້າດື່ມວີວີ,ບໍລິສັດທ່ອງທ່ຽວວີວີ ແລະ FM98.8ວີວີເຣດີໂອ ຮ່ວມກັບ ສະພາການຄ້າຫູໜານປະຈຳ ສ.ປ.ປ ລາວ ໄດ້ສົ່ງແຮງກາຍແຮງໃຈ ສົມ...
26/07/2018

ໂຮງງານນໍ້າດື່ມວີວີ,ບໍລິສັດທ່ອງທ່ຽວວີວີ ແລະ FM98.8ວີວີເຣດີໂອ ຮ່ວມກັບ ສະພາການຄ້າຫູໜານປະຈຳ ສ.ປ.ປ ລາວ ໄດ້ສົ່ງແຮງກາຍແຮງໃຈ ສົມທົບບໍລິຈາກອຸປະກອນເຄື່ອງໃຊ້ທີ່ຈຳເປັນລວມທັງອາຫານການກິນໃຫ້ແກ່ຜູ້ປະສົບໄພທາງແຂວງອັດຕະປື ເຊິ່ງລວມເປັນເງິນ 379.450.000ກີບ
ໃນນາມທີມງານວີວີ ຂໍສະແດງຄວາມເສຍໃຈນຳຄອບຄົວທີ່ຖືກຜົນກະທົບໄພທຳມະຊາດແລະຂໍເປັນກຳລັງໃຈໃຫ້ທຸກໆຄົນຜ່ານພົ້ນໄພທຳມະຊາດນີ້ໄປດ້ວຍດີເຖີດ🙏🙏🙏

Address

Vientiane

Telephone

0305111118

Website

Alerts

Be the first to know and let us send you an email when Laos vv tours posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category