06/08/2025
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ໄດ້ໄຂຂຶ້ນຢ່າງເປັນທາງການ
ໃນວັນທີ 6 ສິງຫາ 2025 ນີ້, ຢູ່ສະໂມສອນແຂວງ ສາລະວັນ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງສາລະວັນ ຄັ້ງທີ X ພາຍໃຕ້ການເປັນປະທານຂອງສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆສາລະວັນ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍ ຮອງເລຂາພັກແຂວງ, ບັນດາສະຫາຍ ຄະນະປະຈຳພັກແຂວງ, ບັນດາສະຫາຍການນໍາ ຜູ້ຕາງໜ້າຈາກແຂວງອ້ອມຂ້າງແຂວງ ແລະ ກອງພົນທີ 5 ຕະຫຼອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ບັນດາສະຫາຍຜູ້ແທນສົມບູນ ຈໍານວນ 363 ສະຫາຍ ເຊິ່ງເປັນຕົວແທນ ແລະ ຕາງໜ້າໃຫ້ແກ່ສະມາຊິກພັກຈໍານວນ 16,839 ສະຫາຍ ໃນທົ່ວແຂວງສາລະວັນ ແລະ ບັນດາແຂກຖືກເຊີນ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ປອ ດາວວົງ ພອນແກ້ວ ໄດ້ກ່າວໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ຢ່າງເປັນທາງການ ເຊິ່ງມີເນື້ອໃນບາງຕອນວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ອໍານາດການປົກຄອງທຸກຂັ້ນພາຍໃນແຂວງສາລະວັນ ໄດ້ອອກແຮງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງສາລະວັນ, ເຊິ່ງໄດ້ປະເຊີນໜ້າ ກັບສິ່ງທ້າທາຍທົດສອບຫຼາຍບັນຫາ ເປັນຕົ້ນ: ການລະບາດຂອງພະຍາດໂຄວິດ -19, ບັນຫາໄພເງິນເຟີ້, ລາຄາສິນຄ້າແພງ ແລະ ບັນຫາອື່ນໆ ແຕ່ພາຍໃຕ້ການນຳພາ- ຊີ້ນຳ ຂອງກົມການເມືອງສູນກາງພັກ, ລັດຖະບານ ບວກກັບຄວາມເປັນເຈົ້າການ ຂອງຄະນະພັກ-ອົງ ການປົກຄອງແຕ່ລະຂັ້ນ ກໍຄື ປະຊາຊົນບັນດາເຜົ່າຊາວແຂວງສາລະວັນ ທຸກທົ່ວໜ້າເຄີຍມີມູນເຊື້ອພິລະອາດຫານ, ດຸໝັ່ນຂະຫຍັນພຽນ-ອົດທົນ ແລະ ມີຄວາມສາມັກຄີປອງດອງຢ່າງແໜ້ນແຟ້ນ ຫັນພະນັກງານ-ສະມາຊິກພັກ ລົງກໍ່ສ້າງຮາກຖານການເມືອງ, ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານ 3 ສ້າງ. ພ້ອມກັນນັ້ນ, ກໍໄດ້ປັບປຸງປົວແປງພາຍໃນພັກ, ເປີດບັ້ນດໍາເນີນຊີວິດການເມືອງຢ່າງກ້ວາງຂວາງ, ດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ຄະນະພັກຮາກຖານ ໄດ້ສໍາເລັດ 100% ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ໃນການຄົ້ນຄວ້າປະກອບຄຳຄິດ-ຄໍາເຫັນ ເຂົ້າໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ຮ່າງບົດສໍາຫຼວດການນໍາພາຂອງອົງຄະນະພັກແຂວງ ແລະ ທາບທາມບຸກຄະລາກອນຜູ້ທີ່ຈະສະໝັກ ເຂົ້າໃນຄະນະບໍລິຫານງານພັກແຂວງຊຸດໃໝ່ ຕາມກົດລະບຽບຂອງພັກ.
ຕະຫຼອດໄລະເວລາດໍາເນີນກອງປະຊຸມໃຫຍ່, ນອກຈາກຈະໄດ້ຮັບຟັງຮ່າງລາຍງານການເມືອງ ແລະ ແຜນພັດທະ ນາເສດຖະກິດ - ສັງຄົມແລ້ວ ຍັງຈະໄດ້ຄົ້ນຄວ້າລົງເລິກຕີລາຄາບັນດາ ຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ຈະໄດ້ຮັບຮອງເອົາທິດທາງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ. ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຕົວແທນຈາກກົມກອງອ້ອມຂ້າງແຂວງ ແລະ ຄອບຄົວຕົວແບບຈຳນວນໜຶ່ງຕື່ມອີກ.
ບັນຫາສຳຄັນໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນກອງປະຊຸມ ຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່. ເພື່ອເປັນຜູ້ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງໃຫ້ໄດ້ຮັບຜົນສຳເລັດ. ພ້ອມດຽວກັນ ຍັງຈະໄດ້ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້; ກອງປະຊຸມໃຫຍ່ຄັ້ງນີ້ ເປັນກຽດຢ່າງສູງ ທີ່ຈະໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດ ຖະມົນຕີ ທີ່ໄດ້ຕາງໜ້າກົມການເມືອງສູນກາງພັກ ເພື່ອເປັນເຂັມຊີ້ທິດ ໃນການຈັດຕັ້ງປະຕິບັດໃຫ້ເຮັດສໍາເລັດໜ້າທີ່ການເມືອງທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້ ກໍຄືພາລະກິດປົກປັກຮັກສາ ແລະ ພັດທະນາແຂວງສາລະວັນ ໃຫ້ໜັກ ແໜ້ນ, ເຂັ້ມແຂງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໂອກາດນີ້, ສະຫາຍ ປອ ດາວວົງ ພອນແກ້ວ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບສູງ, ເສີມຂະຫຍາຍສິດປະຊາທິປະໄຕ ຢ່າງແຂງແຮງ ແລະ ສຸມສະຕິປັນຍາເຂົ້າໃສ່ໃນການຄົ້ນຄວ້າ ແລະ ຕົກລົງບັນຫາຕ່າງໆ ຢ່າງເລິກເຊິ່ງເຖິງຖອງ, ຖືກຕ້ອງຕາມແນວທາງຂອງພັກ ແລະ ສອດຄ່ອງກັບທ່າແຮງບົ່ມຊ້ອນ, ສະພາບ ແລະ ຈຸດພິເສດຕົວຈິງຂອງ ແຂວງສາລະວັນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ບັນລຸຜົນຢ່າງສະຫງ່າງາມ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ