H.I.S LAO - ບໍລິສັດທ່ອງທ່ຽວ

H.I.S LAO - ບໍລິສັດທ່ອງທ່ຽວ ສະບາຍດີ
ຍິນດີຕ້ອນຮັບທ່ານເຂົ້າສູ່ເພຈ໌ຂອງບໍລິສັດທ່ອງທ່ຽວ H.I.S. LAO
SA BAI DEE
Welcome to H.I.S. LAO TRAVEL
--------------
- ຮັບແລ່ນວ ບໍລິສັດ ທ່ອງທ່ຽວ H.I.S.

LAO ແມ່ນສາຂາບໍລິສັດທ່ອງທ່ຽວຂອງປະເທດຍີ່ປຸ່ນ ເຊິ່ງເປັນບໍລິສັດທ່ອງທ່ຽວອັນດັບ1ຂອງໂລກທີ່ມີສາຂາຢູ່ 66ປະເທດ, 141ເມືອງ ແລະ 233ສາຂາທົ່ວໂລກ.(2017)

ເຊິ່ງທາງບໍລິສັດຂອງພວກເຮົາຍັງໄດ້ຕອບສະຫນອງຂໍ້ມູນຂ່າວສານດ້ານການທ່ອງທ່ຽວຕ່າງໆຢ່າງວ່ອງໄວຜ່ານເຄືອຂ່າຍທີ່ມີຢູ່ທົ່ວໂລກ



Vientiane Head office

No139, Hengboun Road, Mixay Village
Chanthabuly District, Vientiane, Lao P.D.R. Tel.856(21)254-006 / 856(21)243-491 Fax.85

6(21)243-492

Luang Prabang office

No29, Chomkhong Village, Luang Prabang , Lao P.D.R. Tel.856(71)252-028 Fax.856(71)253-528


Opening Hours:

MON-FRI 08:00-17:00
SAT 08:00 - 12:00
SUN & Public Holiday CLOSE

‼️ດ່ວນ‼️ເປີດຮັບສະຫມັກຜູ້ທີ່ສົນໃຈທຶນໄປຮຽນຕໍ່ ແລະ ເຮັດວຽກ ທີ່ປະເທດຍີ່ປຸ່ນ (ຮຽນຈົບໄດ້ວຽກເຮັດທັນທີ)ສະຖາບັນການແພດໂມຣິໂນະມິຢະ ...
21/09/2020

‼️ດ່ວນ‼️

ເປີດຮັບສະຫມັກຜູ້ທີ່ສົນໃຈທຶນໄປຮຽນຕໍ່ ແລະ ເຮັດວຽກ ທີ່ປະເທດຍີ່ປຸ່ນ (ຮຽນຈົບໄດ້ວຽກເຮັດທັນທີ)

ສະຖາບັນການແພດໂມຣິໂນະມິຢະ (Morinomiya Medical College) ທີ່ເມືອງໂອເຊກ້າ, ປະເທດຍີ່ປຸ່ນ ເປັນສະຖາບັນທີ່ສຸມໃສ່ການພັດທະນາຊັບພະຍາກອນມະນຸດດ້ານການຮັກສາພະຍາບານ ເຊິ່ງໄດ້ຮັບຄວາມນິຍົມຈາກນັກສຶກສາຕ່າງປະເທດ ແລະ ນັກສຶກສາຍີ່ປຸ່ນ.

ປັດຈຸບັນ ທາງໂຮງຮຽນໄດ້ມີຄວາມຕ້ອງການຮັບສະມັກບຸກຄະລາກອນຈາກຕ່າງປະເທດຜູ້ທີ່ສົນໃຈຢາກສຶກສາຮໍ່າຮຽນ ແລະ ເຮັດວຽກກ່ຽວກັບການຮັກສາພະຍາບານທີ່ປະເທດຍີ່ປຸ່ນ ເພື່ອຕອບສະຫນອງກັບຄວາມຮຽກຮ້ອງຕ້ອງການບຸກຄະລາກອນຮັບໃຊ້ໃນວຽກງານການຮັກສາພະຍາບານ

✅ ການຮຽນແມ່ນຈະແບ່ງເປັນ 2 ຫລັກສູດ ແລະ ຮຽນທັງຫມົດ 4ປີ ຄື:

- ການຮຽນກຽມພາສາຍີ່ປຸ່ນ 2 ປີ (ແບ່ງເປັນ 3 ໄລຍະຄື 1ປີ, 1.5ປີ, 2ປີ) ຂຶ້ນກັບຄວາມສາມາດຂອງທ່ານ.
- ການຮຽນວິຊາສະເພາະດ້ານການຮັກສາພະຍາບານ 2ປີ ເພື່ອເສັງເອົາໃບອະນຸຍາດທາງດ້ານການຮັກສາພະຍາບານ

✅ການເຮັດວຽກແມ່ນຈະແບ່ງເປັນສອງແບບຄື:

- ການເຮັດວຽກເສີມ (Part-time Job) ທີ່ສະຖານພະຍາບານລະຫວ່າງການຮຽນກຽມພາສາ(ສໍາລັບທ່ານທີ່ກັງວົນເລື່ອງຄ່າໃຊ້ຈ່າຍ)
- ການເຮັດວຽກທີ່ສະຖານພະຍາບານທີ່ຖືກຈັດໃຫ້ພາຍຫລັງໄດ້ຮັບໃບອະນຸຍາດທາງດ້ານການຮັກສາພະຍາບານ ເປັນເວລາ 5 ປີ

✅ ລາຍລະອຽດກ່ຽວກັບທຶນ

- ຄ່າຮຽນຕະຫຼອດໄລຍະເວລາ 4 ປີ ແມ່ນໂຮງຮຽນອອກໃຫ້ກ່ອນເຊິ່ງເປັນເງິນທັງໝົດ 3,300,000¥ (33,000$) ຫລັງຈາກຮຽນຈົບຈະໄດ້ເຮັດວຽກ ແລະ ສົ່ງຄືນທຶນການສຶກສາຈໍານວນຫນຶ່ງໃຫ້ສະຖາບັນເຊິ່ງຈະມີລາຍລະອຽດດ້ານລຸ່ມແລະ ສ່ວນທີ່ເຫລືອແມ່ນທາງໂຮງຮຽນຈະອອກຊ່ວຍ
- ທ່ານສາມາດເຮັດວຽກເສີມ (Part Time Job) ໄດ້ທີ່ສະຖານພະຍາບານໂດຍຈະໄດ້ຮັບຄ່າຈ້າງປະມານ 1,000¥/ຊົ່ວໂມງ (10$/ຊົ່ວໂມງ) ແລະ ຈະມີລາຍຮັບຕໍ່ເດືອນປະມານ 100,000¥ (1,000$) ຕໍ່ເດືອນ ຕະຫລອດໄລຍະເວລາ 4 ປີ ທີ່ທ່ານຮຽນກຽມພາສາ.
- ທ່ານຈະໄດ້ຢູ່ບ້ານພັກທີ່ທາງໂຮງຮຽນຈັດໃຫ້ໃນໄລຍະເວລາ 4 ປີ ທີ່ທ່ານຮຽນ ໂດຍບ້ານຫຼັງຫນຶ່ງມີທັງໝົດ 3 ຫ້ອງນອນ(ຫ້ອງ 1 ນອນ 2 ຄົນ) ແລະ ມີ 1ຫ້ອງຄົວລວມ ໂດຍຄ່າທີ່ພັກແມ່ນ 15,000¥ (150$) ຕໍ່ເດືອນ (ລວມຄ່ານໍ້າ, ຄ່າໄຟ, ຄ່າອິນເຕີເນັດ); ທ່ານສາມາດຍ່າງ15ນາທີ ແລະ ຂີ່ລົດຖີບ 10ນາທີ ຈາກທີ່ພັກໄປໂຮງຮຽນ (ລົດຖີບແມ່ນຊື້ ແລະ ລົງທະບຽນເອງ); ທ່ານສາມາດຢູ່ທີ່ພັກທີ່ໂຮງຮຽນຈັດໃຫ້ໃນຊ່ວງ 04 ປີທີ່ຮຽນພາສາຍີ່ປຸ່ນເທົ່ານັ້ນ. ຖ້າຫາກວ່າທ່ານບໍ່ຕ້ອງການພັກທີ່ທີ່ພັກທີ່ທາງໂຮງຮຽນຈັດໃຫ້ກໍ່ສາມາດຫາທີ່ພັກເອງໄດ້.
- ທ່ານຈະໄດ້ເຮັດວຽກທີ່ສະຖານພະຍາບານທີ່ຖືກຈັດສັນໃຫ້ເປັນໄລຍະເວລາ 5ປີ ໂດຍໄດ້ຮັບຄ່າຈ້າງ 210,000¥ (2,100$) ຕໍ່ເດືອນ ແລະ ແຕ່ລະເດືອນຈະຕ້ອງໄດ້ຄືນເງິນທຶນໃຫ້ໂຮງຮຽນຈຳນວນ 30,000¥ (300$) ຕໍ່ເດືອນຕະຫຼອດໄລຍະ 5ປີ ໂດຍຈະຖືກຫັກຈາກເງິນເດືອນແຕ່ລະເດືອນ ແລະ ຈົນຫມົດພັນທະທີ່ຈະຕ້ອງຈ່າຍຄ່າຮຽນຄືນໃຫ້ທາງໂຮງຮຽນ.
- ທ່ານສາມາດຕໍ່ສັນຍາແລະເຮັດວຽກທີ່ສະຖານພະຍາບານທີ່ທ່ານເຮັດຢູ່ ຫລື ທ່ານສາມາດຊໍວີຊາແບບຖາວອນໄດ້ (Permanent residence visa) ແລະ ສາມາດຢູ່ຕໍ່ພ້ອມເຮັດວຽກຢູ່ປະເທດຍີ່ປຸ່ນໄດ້ຫລັງຈາກຄົບກໍານົດ 5ປີ; ທ່ານຍັງສາມາດເອົາຄອບຄົວ(ສາມີ/ພັນລະຍາ/ລູກ)ໄປຢູ່ນຳໄດ້; ພ້ອມນີ້ທ່ານຍັງສາມາດກັບມາຢ້ຽມຢາມບ້ານໃນວັນພັກຍາວໄດ້ຕະຫລອດໄລຍະເວລາທີ່ທ່ານຮຽນ ແລະ ເຮັດວຽກ (ຮັບຜິດຊອບຄ່າໃຊ້ຈ່າຍເອງ).

✅ ເງື່ອນໄຂຂອງຜູ້ສະໝັກ

- ມີຄວາມສົນໃຈໃນວຽກງານການຮັກສາພະຍາບານ
- ຕ້ອງຢູ່ຍີ່ປຸ່ນເປັນເວລາ 8 – 9 ປີ (ຮຽນກຽມພາສາ 1-2 ປີ, ຮຽນວິຊາສະເພາະ 2ປີ ແລະ ເຮັດວຽກ 5 ປີ)
- ມີໃບເສັງວັດລະດັບ N5 ຂຶ້ນໄປ ຫລື ຜູ້ທີ່ກໍາລັງກະກຽມທີ່ຈະສອບເສັງວັດລະດັບ N5.
- ຄ່າວີຊາ (VISA) ໄປປະເທດຍີ່ປຸ່ນ
- ຄ່າປີ້ຍົນເດີນທາງໄປ-ກັບ
- ຄ່າໃຊ້ຈ່າຍທີ່ປະເທດຍີ່ປຸ່ນ(ສາມາດເຮັດວຽກເສີມ (Part-time Job)ໃນລະຫວ່າງຮຽນໄດ້)
- ຕັ້ງໃຈຮຽນເພື່ອໃຫ້ເສັງຜ່ານ ແລະ ໄດ້ຮັບໃບອານຸຍາດທາງດ້ານການຮັກສາພະຍາບານ (ຂຶ້ນກັບຄວາມສາມາດຂອງທ່ານ)
- ເຮັດວຽກທີ່ສະຖານພະຍາບານທີ່ຖືກຈັດໃຫ້ພາຍຫລັງໄດ້ຮັບໃບອະນຸຍາດ ເປັນເວລາ 5 ປີ
- ກໍລະນີທີ່ທ່ານ ອອກໂຮງຮຽນ ຫລື ອອກວຽກກ່ອນກໍານົດແມ່ນຈະຕ້ອງໄດ້ຈ່າຍຄ່າຮຽນ ແລະ ຄ່າໃຊ້ຈ່າຍທັງຫມົດຄືນໃຫ້ທາງໂຮງຮຽນ

🔜: ເປີດຮັບສະຫມັກ ແລະ ສໍາພາດ: ເດືອນ ຕຸລາ ປີ 2020
🔛: ເລີ່ມດໍາເນີນການຂໍວີຊາ: ເດືອນ ທັນວາ ປີ 2020
✈️🇯🇵: ເດີນທາງໄປປະເທດຍີ່ປຸ່ນ: ເດືອນ ມີນາ ປີ 2021
🔛 ເລີ່ມຮຽນ: ເດືອນ ເມສາ ປີ 2021

ຂໍ້ມູນເພີ່ມເຕີມຕິດຕໍ່: ບໍລິສັດ ເອັຈໄອເອສ ລາວ ຈໍາກັດ(ຜູ້ຕາງຫນ້າປະສານງານ)
ໂທ: 021 254 006 / 021 243 491
ມືຖື: 020 5553 2021
Email: [email protected]

ຄອມເມັ້ນຄຳຕອບຂອງທ່ານໃຫ້ແນ່ເດີ 😅ອອກເທົ່າໃດນໍ!!!?
09/09/2020

ຄອມເມັ້ນຄຳຕອບຂອງທ່ານໃຫ້ແນ່ເດີ 😅

ອອກເທົ່າໃດນໍ!!!?

ພາບບັນຍາກາດງາມໆທີ່ Royal Palace ຫຼວງພະບາງ! ຊ່ວງນີ້ເຖິງຈະງຽບເຫົງາ ແຕ່ທຳມະຊາດ ແລະ ບັນຍາກາດຍັງຂຽວງາມ ແລະ ປອດໂປ່ງດີ 🌿🍃😊ຢ່າລື...
04/09/2020

ພາບບັນຍາກາດງາມໆທີ່ Royal Palace ຫຼວງພະບາງ!
ຊ່ວງນີ້ເຖິງຈະງຽບເຫົງາ ແຕ່ທຳມະຊາດ ແລະ ບັນຍາກາດຍັງຂຽວງາມ ແລະ ປອດໂປ່ງດີ 🌿🍃😊

ຢ່າລືມພາກັນມາທ່ຽວເດີ ພີ່ນ້ອງ! ✈️🚃

ສະບາຍດີຫຼວງພະບາງ,ຮູບພາບງາມໆຂອງວັດຊຽງທອງ. ໃຜມີເວລາວ່າງ ຢ່າລືມມາທ່ຽວສະຖານທີ່ນີ້ເດີ 😊
03/09/2020

ສະບາຍດີຫຼວງພະບາງ,
ຮູບພາບງາມໆຂອງວັດຊຽງທອງ. ໃຜມີເວລາວ່າງ ຢ່າລືມມາທ່ຽວສະຖານທີ່ນີ້ເດີ 😊

Relax and enjoy the magnificent natural surroundings of Kuang Si Waterfalls.It is a very beautiful waterfall, one of the...
02/09/2020

Relax and enjoy the magnificent natural surroundings of Kuang Si Waterfalls.

It is a very beautiful waterfall, one of the clearest and cleanest waters in the midst of beautiful natural forests and peaceful. You must explore while you visit Luang Prabang the northern of Laos.

ມື້ນີ້ແອດມິນ ມີຄຳຄົມ ກ່ຽວກັບຄວາມຮັກມາຝາກເດີ 😅 #ຢືມຄຳຄົມຈາກອິນເຕີເນັດມາ
01/09/2020

ມື້ນີ້ແອດມິນ ມີຄຳຄົມ ກ່ຽວກັບຄວາມຮັກມາຝາກເດີ 😅

#ຢືມຄຳຄົມຈາກອິນເຕີເນັດມາ

ແອດມິນ ຂໍຄຳລະຄິດເຫັນແນ່ເດີ!
28/08/2020

ແອດມິນ ຂໍຄຳລະຄິດເຫັນແນ່ເດີ!

27/08/2020

🔥🔥🔥 ກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະທ່ອງທ່ຽວ ປຶກສາຫາລື ເປີດການທ່ອງທ່ຽວກັບປະເທດທີ່ສາມາດຄວບຄຸມການລະບາດຂອງພະຍາດໂຄວິດໄດ້ !!!

ໃນທ້າຍອາທິດທີ່ມາ, ພາກລັດ ແລະ ພາກທຸລະກິດໄດ້ຈັດກອງປະຊຸມປຶກສາຫາລືກັນແກ້ໄຂບັນຫາອຸດສະຫະກໍາການທ່ອງທ່ຽວຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ໂດຍສະເພາະຕົວເລກນັກທ່ອງທ່ຽວຫຼຸດລົງ, ການໃຫ້ບໍລິການທຸກຂະແໜງຂອງອຸດສະຫະກໍາທ່ອງທ່ຽວ-ໂຮງແຮມ ແລະ ສິນຄ້າຢຸດສະງັກ, ບໍ່ຂະຫຍາຍຕົວ ແລະ ການຈ້າງງານໃນຫຼາຍຂະແໜງການຂອງອຸດສະຫະກໍາທ່ອງທ່ຽວກໍ່ຖືກປະຕິເສດ.

ກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະທ່ອງທ່ຽວ (ຖວທ) ໄດ້ລາຍງານວ່າ: ຜົນກະທົບຈາກການລະບາດພະຍາດໂຄວິດ-19 ໄດ້ເຮັດໃຫ້ການເດີນທາງເຂົ້າ-ອອກຂອງນັກທ່ອງທ່ຽວ ຖືກລະງັບນັບຕັ້ງແຕ່ເດືອນກຸມພາ 2020 ຍ້ອນມາດຕະການຕອບໂຕ້ໂຄວິດ-19 ຂອງລັດຖະບານ, ໄດ້ສົ່ງຜົນໃຫ້ 90% ຂອງຜູ້ປະກອບການທຸລະກິດທ່ອງທ່ຽວ ແລະ ເຄືອຂ່າຍການທ່ອງທ່ຽວໄດ້ຮັບຜົນກະທົບຕິດລົບດ້ານການເງິນ, ຍ້ອນນັກທ່ອງທ່ຽວສາກົນໃນ 6 ເດືອນຕົ້ນປີນີ້ຫຼຸດລົງ 60% ທຽບໃສ່ປີຜ່ານມາ ແລະບັນຫາອື່ນໆ

ໂດຍ ຖວທ ໄດ້ສະເໜີທິດທາງ ແລະ ມາດຕະການຟື້ນຟູອຸດສະຫະກໍາການທ່ອງທ່ຽວລາວ ໃນ 4 ເປົ້າໝາຍຄື: 1, ຟື້ນຟູເສດຖະກິດ ໂດຍສະເພາະຫຼຸດຜ່ອນພາສີອາກອນ ແລະ ກະຕຸ້ນການທ່ອງທ່ຽວ “ລາວທ່ຽວລາວ”. 2, ຟື້ນຟູຄວາມເຊື່ອໝັ້ນຂອງນັກທ່ອງທ່ຽວພາຍໃນ. 3, ຟື້ນຟູຈຸດໝາຍປາຍທາງຂອງການທ່ອງທ່ຽວ-ສະຖານທີ່ທ່ອງທ່ຽວ. 4, ການໂຄສະນາສົ່ງເສີມການທ່ອງທ່ຽວພາຍໃນ

ນອກຈາກນັ້ນ, ຖວທ ຍັງສະເໜີເປີດການທ່ອງທ່ຽວລະຫວ່າງປະເທດກັບບັນດາປະເທດທີ່ສາມາດຄວບຄຸມການລະບາດຂອງພະຍາດໂຄວິດ-19 ໄດ້ອີກດ້ວຍ.

すごいですね
26/08/2020

すごいですね

🔥🔥Breaking news ລັດຖະບານຍີ່ປຸ່ນ ໄດ້ລົງນາມ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ລວມມູນຄ່າ 36 ລ້ານກວ່າໂດລາ‼️ ເນື່ອງໃນໂອກາດ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 23 ສິງຫາ 2020 ຜ່ານມາ ທ່ານ ໂມເຕງິ ໂທຊິມິດຊຶ ໄດ້ພົບປະສອງຝ່າຍລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຊິ່ງພາຍຫຼັງກອງປະຊຸມພົບປະສອງຝ່າຍ ໄດ້ມີພິທີລົງນາມເອກະສານແລກປ່ຽນ 2 ໂຄງການ ຄື:

1) ໂຄງການປັບປຸງວິທະຍາໄລສ້າງຄູ ໃຫ້ແກ່ ສປປ ລາວ ມູນຄ່າ 1.922 ລ້ານເຢັນ ຫຼື ປະມານ 18 ລ້ານໂດລາສະຫະລັດ.

2) ໂຄງການຊ່ວຍເຫຼືອລົດເມ, ອາໄຫລ່ ແລະ ອຸປະກອນສຳລັບສ້ອມແປງລົດເມ ມູນຄ່າ 500 ລ້ານເຢັນ ຫຼື ປະມານ 4,6 ລ້ານໂດລາ.​

ນອກຈາກນັ້ນ, ກໍ່ໄດ້ມີພິທີມອບ-ຮັບ ອຸປະກອນການແພດຈຳນວນໜຶ່ງ ຂອງໂຄງການຊ່ວຍເຫຼືອອຸປະກອນການແພດໃຫ້ແກ່ ສປປ ລາວ ເພື່ອຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ມູນຄ່າ 1,5 ຕື້ເຢັນ (13,7 ລ້ານໂດລາ).

FM 90


Good news for us!
26/08/2020

Good news for us!

🔥 ໜັງສືພິມ NHK ຂອງຍີ່ປຸ່ນລາຍງານວ່າ ລັດຖະມົນຕີ ຕ່າງປະເທດ ຂອງລາວ ແລະ ຍີ່ປຸ່ນ ໄດ້ລົງນາມສັນຍາຮ່ວມມື ລະຫວ່າງປະເທດ ໃນວັນອາທິດ ທີ 23/08/2020 ກຽມເປີດພົມແດນລະຫວ່າງປະເທດ ໃຫ້ສາມາດໄປມາຫາສູ່ກັນ ໃນເດືອນ ກັນຍາ 2020 ທີ່ຈະມາເຖິງນີ້. ນອກຈາກນີ້ ຍີ່ປຸ່ນ ຍັງສະໜັບສະໜູນ ງົບປະມານ ເພື່ອປັບປຸງລະບົບການສຶກສາຢູ່ ລາວ ມູນຄ່າ 22 ລ້ານໂດລ້າສະຫະລັດ ເພື່ອປັບປຸງສະຖານສຶກສາ ແລະ ອົບຮົມຄູ, ນອກຈາກນັ້ນຍັງຈະມີການກະກຽມ ຮັດແໜ້ນ ການຮ່ວມມື ທາງດ້ານເສດຖະກິດ ລະຫວ່າງປະເທດ ຜ່ານການຮ່ວມພັດທະນາ ແນວພື້ນທີ່ ເສດຖະກິດ ຕາເວັນອອກ ຕາເວັນຕົກ (East West Economic Corridor) ຕື່ມອີກ.

茂木大臣、ようこそラオスへ。Warmly welcome to Laos!
20/08/2020

茂木大臣、ようこそラオスへ。

Warmly welcome to Laos!

🇯🇵 🇱🇦 ແຈ້ງການຂອງກະຊວງການຕ່າງປະເທດ
ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ທ່ານ ໂມເຕງິ ໂທຊິມິດຊຶ (H.E. Mr. MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 22-24 ສິງຫາ 2020.
ນະຄອນຫຼວງວຽງຈັນ, ວັນທີ 19 ສິງຫາ 2020 ກະຊວງການຕ່າງປະເທດ

Address

No. 139, Unit 13, Hengboun Road, Ban Mixay, Chanthabuly District. Vientiane Capital, LAO P. D. R
Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00
Saturday 08:00 - 12:00

Telephone

+85621254006

Alerts

Be the first to know and let us send you an email when H.I.S LAO - ບໍລິສັດທ່ອງທ່ຽວ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to H.I.S LAO - ບໍລິສັດທ່ອງທ່ຽວ:

Share

Category