01/11/2026
👏 🇱🇦 ADB ສະໜັບສະໜູນ 3.96 ລ້ານໂດລາ ພັດທະນາໂຄງລ່າງທ່ອງທ່ຽວ ນາກະສັງ-ດອນເດດ-ດອນຄອນ !!!
ໃນລະຫວ່າງວັນທີ 29-31 ຕຸລາ 2026 ທະນາຄານພັດທະນາອາຊີ (ADB) ໄດ້ລົງຕິດຕາມ ແລະ ຢ້ຽມຢາມໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນ້ຳຂອງ ໄລຍະ 2 ຢູ່ບ້ານນາກະສັງ, ດອນເດດ ແລະ ບ້ານດອນຄອນ ເມືອງໂຂງ ແຂວງຈຳປາສັກ ໂດຍມີທ່ານ ນາງ Shanny Campbell ຫົວໜ້າຫ້ອງການ ADB ປະຈຳ ສປປ ລາວ ເປັນຜູ້ນຳຄະນະ.
ການລົງຕິດຕາມຄັ້ງນີ້ ມີທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ທ່ານ ນາງ ພອນມະລີ ອິນທະພົມ ໃຫ້ຮູ້ວ່າ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນ້ຳຂອງ ໄລຍະ 2 ມີມູນຄ່າລວມ 48.8 ລ້ານໂດລາສະຫະລັດ ໃນນັ້ນເປັນທຶນຈາກ ADB 47 ລ້ານໂດລາ ແລະ ທຶນສົມທົບຈາກລັດຖະບານ ສປປ ລາວ 1.8 ລ້ານໂດລາ. ໂຄງການດັ່ງກ່າວດຳເນີນຢູ່ 3 ແຂວງ ຄື: ຫຼວງພະບາງ, ວຽງຈັນ ແລະ ຈຳປາສັກ ໂດຍວຽກງານໂຄງລ່າງພື້ນຖານສຸມໃສ່ 2 ແຂວງ ຄື ວຽງຈັນ ແລະ ຈຳປາສັກ ມີໄລຍະປະຕິບັດຕັ້ງແຕ່ປີ 2019-2026.
ສຳລັບແຂວງຈຳປາສັກ ໂຄງການໄດ້ສຸມໃສ່ການປັບປຸງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ຢູ່ນາກະສັງ, ດອນເດດ ແລະ ດອນຄອນ ເມືອງໂຂງ ດ້ວຍມູນຄ່າການກໍ່ສ້າງລວມ 3.96 ລ້ານໂດລາ. ວຽກງານກໍ່ສ້າງໄດ້ສຳເລັດໃນວັນທີ 30 ມິຖຸນາ 2023 ແລະ ມີປະຊາຊົນໃນເຂດດັ່ງກ່າວກວ່າ 1,600 ຄົນ ໄດ້ຮັບຜົນປະໂຫຍດໂດຍກົງ.
🚧 ຜົນງານການປັບປຸງໂຄງລ່າງໃນ 3 ພື້ນທີ່
1. ບ້ານນາກະສັງ
ໄດ້ກໍ່ສ້າງເສັ້ນທາງປູເບຕົງເສີມເຫຼັກຍາວ 2.9 ກິໂລແມັດ ໜ້າທາງກວ້າງ 6 ແມັດ ພ້ອມລະບົບທໍ່ລອດທາງ ແລະ ຮ່ອງລະບາຍນ້ຳສອງຟາກທາງ. ນອກນັ້ນ ຍັງປູເບຕົງທາງຊອຍເຂົ້າຫາບ່ອນຈອດລົດຍາວ 60 ແມັດ ແລະ ປັບປຸງທ່າເຮືອໂດຍສານ ປະກອບມີຂັ້ນໄດຂຶ້ນ-ລົງເຮືອ, ທາງຍ່າງເບຕົງເສີມເຫຼັກລຽບແຄມແມ່ນ້ຳຂອງຍາວ 123 ແມັດ ກວ້າງ 3.4 ແມັດ, ກຳແພງກັນເຈື່ອນຍາວ 98 ແມັດ ແລະ ຮາວກັນຕົກຍາວ 100 ແມັດ.
ພ້ອມນີ້ ຍັງໄດ້ປັບປຸງຂົວເກົ່າທີ່ເຄີຍປູພື້ນດ້ວຍໄມ້ໃຫ້ເປັນຂົວເບຕົງເສີມເຫຼັກ 1 ແຫ່ງ ຍາວ 9 ແມັດ ກວ້າງ 3.4 ແມັດ ພ້ອມປັບປຸງຫ້ອງຂາຍປີ້ເຮືອ, ບ່ອນລໍຖ້າລົງເຮືອ, ລານຈອດລົດ ແລະ ວາງທໍ່ລະບາຍນ້ຳລົງແມ່ນ້ຳຂອງຍາວ 40 ແມັດ.
2. ບ້ານດອນເດດ
ໄດ້ກໍ່ສ້າງເສັ້ນທາງປູເບຕົງເສີມເຫຼັກ 3 ເສັ້ນ ລວມຄວາມຍາວ 5.91 ກິໂລແມັດ ປະກອບມີ:
- ເສັ້ນທາງ IRL-01 ຈາກຫົວດອນເດດ ຫາ ບ່ອນຄ່ຽນຖ່າຍສິນຄ້າທ່າກຳປັ່ນເກົ່າ ຍາວ 1,346 ແມັດ ກວ້າງ 3 ແມັດ.
- ເສັ້ນທາງ IRL-02 ຈາກທ່າກຳປັ່ນເກົ່າ ຜ່ານທົ່ງນາ ຫາ ຂົວຂ້າມນ້ຳຂອງດອນເດດ-ດອນຄອນ ຍາວ 2,072 ແມັດ ກວ້າງ 3.5 ແມັດ.
- ເສັ້ນທາງ IRL-03 ຈາກທ່າກຳປັ່ນເກົ່າ ລຽບຕາມແຄມແມ່ນ້ຳຂອງຝັ່ງຕາເວັນອອກຂອງດອນເດດ ຫາ ຂົວຂ້າມນ້ຳຂອງດອນເດດ-ດອນຄອນ ຍາວ 2,489 ແມັດ ກວ້າງ 3 ແມັດ.
ນອກຈາກນີ້ ຍັງປັບປຸງລານຈອດລົດ 2 ແຫ່ງ ຢູ່ຫົວດອນເດດ ແລະ ທ່າກຳປັ່ນເກົ່າ ພ້ອມສ້າງຈຸດຊົມວິວ.
3. ບ້ານດອນຄອນ
ໄດ້ກໍ່ສ້າງເສັ້ນທາງປູເບຕົງເສີມເຫຼັກ 5 ເສັ້ນ ລວມຄວາມຍາວ 12.3 ກິໂລແມັດ ປະກອບມີ:
- IRL-04 ຈາກຂົວຂ້າມນ້ຳຂອງດອນເດດ-ດອນຄອນ ຫາ ຫາງຄອນ ຍາວ 4,620 ແມັດ ກວ້າງ 3.5 ແມັດ.
- IRL-05 ຈາກຂົວຂ້າມນ້ຳຂອງ ຜ່ານຫົວດອນຄອນ ລຽບຕາມແຄມແມ່ນ້ຳຂອງຝັ່ງຕາເວັນອອກ ຫາ 3 ແຍກຫາງຄອນ ຍາວ 5,648 ແມັດ ກວ້າງ 2.5-3.5 ແມັດ.
- IRL-06 ຈາກຂົວຂ້າມນ້ຳຂອງ ຫາ 3 ແຍກທາງເຂົ້ານ້ຳຕົກຕາດຫຼີ່ຜີ ຍາວ 1,335 ແມັດ ກວ້າງ 3.5 ແມັດ.
- IRL-07 ຈາກຂົວຂ້າມນ້ຳຂອງ ຫາ 3 ແຍກບ່ອນວາງສະແດງຫົວລົດໄຟເກົ່າ ຍາວ 104.3 ແມັດ ກວ້າງ 3.5 ແມັດ.
- IRL-08 ຈາກນ້ຳຕົກຕາດຫຼີ່ຜີ ຫາ ເສັ້ນທາງ IRL-06 ຍາວ 594 ແມັດ ກວ້າງ 3.5 ແມັດ.
ສ່ວນວຽກງານອື່ນໆ ປະກອບມີການກໍ່ສ້າງຂົວເບເລ່ 3 ແຫ່ງ ຕາມເສັ້ນທາງ IRL-05 ກວ້າງ 3.96 ແມັດ ໂດຍມີຄວາມຍາວ 21 ແມັດ, 24 ແມັດ ແລະ 27 ແມັດ ຕາມລຳດັບ. ພ້ອມປັບປຸງບ່ອນວາງສະແດງຫົວລົດໄຟເກົ່າ ແລະ ລານຈອດລົດຢູ່ບ້ານຫາງຄອນ ເພື່ອອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວຊົມທິວທັດທຳມະຊາດລຽບຕາມແມ່ນ້ຳຂອງ ເຂດຊາຍແດນລາວ-ກຳປູເຈຍ.
🌱 ADB ຊີ້ການທ່ອງທ່ຽວເປັນກຳລັງສຳຄັນຂອງເສດຖະກິດ
ໃນໂອກາດດັ່ງກ່າວ ທ່ານ ນາງ Shanny Campbell ໄດ້ເນັ້ນວ່າ ຂະແໜງການທ່ອງທ່ຽວມີທ່າແຮງສູງໃນການຂັບເຄື່ອນເສດຖະກິດ. ໂດຍສະເລ່ຍ ການລົງທຶນ 1 ໂດລາສະຫະລັດ ສາມາດສ້າງຜົນຕອບແທນປະມານ 3 ໂດລາສະຫະລັດ ພ້ອມທັງຊ່ວຍກະຈາຍກິດຈະກຳທາງເສດຖະກິດ, ນຳລາຍຮັບຈາກຕ່າງປະເທດເຂົ້າສູ່ປະເທດ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນ.
ທັງນີ້ ການພັດທະນາໂຄງລ່າງທ່ອງທ່ຽວຍັງມີສ່ວນຊ່ວຍໃຫ້ປະຊາຊົນມີອາຊີບ ແລະ ລາຍຮັບທີ່ໝັ້ນຄົງ ໂດຍບໍ່ຈຳເປັນຕ້ອງຍ້າຍຖິ່ນຖານ ພ້ອມສົ່ງເສີມຄຸນນະພາບຊີວິດຂອງຊຸມຊົນໃຫ້ດີຂຶ້ນຢ່າງຍືນຍົງ.
ທີ່ມາ: ເສດຖະກິດສັງຄົມ